VOV WorldVOV World
ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ລະ​ຫວ່າງ EU - ຈີນ
18/06/2024 07:37
(VOVWORLD) - ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສະຫະພາບເອີຣົບ (EU) ແລະ ຈີນ ພວມມີສັນຍານເພີ່ມຂຶ້ນ, ເມື່ອສອງຝ່າຍສືບຕໍ່ເປີດບັ້ນສືບສວນຕ້ານການຂາຍບຸບລາຄາ ແນໃສ່ບັນດາຜະລິດຕະພັນຂອງກັນ, ເຊິ່ງພາໃຫ້ເກີດຄວາມວິຕົກກັງວົນກ່ຽວກັບສົງຄາມການຄ້າໃນຂອບຂະໜາດໃຫຍ່.
ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ລະ​ຫວ່າງ EU - ຈີນ
ວັນທີ 17 ມິຖຸນາ, ກະຊວງການຄ້າ ຈີນ ໃຫ້ຮູ້ວ່າ ປະເທດນີ້ ເລີ່ມດຳເນີນການສືບສວນຕ້ານການຂາຍບຸບລາຄາ ສຳລັບຊີ້ນໝູ ແລະ ບັນດາຜະລິດຕະພັນທີ່ເຮັດດ້ວຍຊີ້ນໝູທີ່ນຳເຂົ້າຈາກສະຫະພາບເອີຣົບ (EU). ນີ້ໄດ້ຮັບຖືວ່າແມ່ນປະຕິກິລິຍາໂຕ້ຕອບຂອງ ຈີນສຳລັບບັນດາການກະທຳກ່ອນໜ້ານັ້ນ ຈາກຝ່າຍ EU.
TAG
VOV/VOVworld/ໂອໂຕ ICE/ຊີ້ນ​ໝູ/ຂາຍ​ບຸບ​ລາ​ຄາ/ຈີນ/EU

More