VOV WorldVOV World
ຄວາມໄວ້ເນື້ອເຊື່ອໃຈທາງສາສະຫນາ ແລະ ຄວາມຮັບຜິດຊອບຂອງພົນລະເມືອງ
16/09/2013 09:47
(vovworld)- ​ໃນ​ຊຸມ​ມື້​ຕົ້ນ​ເດືອນ 9/2013, ຫາງ​ສຽງ​ມີ​ຄວາມ​ຂັດ​ໃຈ​ຕໍ່​ເລື່ອງ​ຊາວ​ຄຼິດຈຳນວນ​ຫນ່ຶງ​ຢູ່​ຕາ​​ແສງ....
ຄວາມໄວ້ເນື້ອເຊື່ອໃຈທາງສາສະຫນາ ແລະ ຄວາມຮັບຜິດຊອບຂອງພົນລະເມືອງ
(vovworld)- ​ໃນ​ຊຸມ​ມື້​ຕົ້ນ​ເດືອນ 9/2013, ຫາງ​ສຽງ​ມີ​ຄວາມ​ຂັດ​ໃຈ​ຕໍ່​ເລື່ອງ​ຊາວ​ຄຼິດຈຳນວນ​ຫນ່ຶງ​ຢູ່​ຕາ​​ແສງ ງີ​ເຟືອງ, ​ເມືອງ​ງີ​ໂລກ, ​ແຂວງ ​ເຫງ້ອານ ​ໄດ້​ເຕົ້າ​ໂຮມກັນ, ກີດຂວາງ​ການ​ເຄື່ອນ​ໄຫ​ວຂອງ​ອົງການ​ປົກ​ຄອງ​ທ້ອງ​ຖິ່ນ, ​ໃຊ້​ກຳລັງ​ທຳຮ້າຍ ​ແລະ ກັກ​ຂັງ​ພະນັກງານ, ກໍ​ຄວາມ​ວຸນ​ວາຍທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງສັງຄົມ. ບັນດາ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ພວມ​ສືບສວນ ເຫດການ​ດັ່ງກ່າວ​ ​ເພື່ອ​ປັບ​ໄຫມ​ລົງ​ໂທດ​ຜູ້​ກະທຳ​ຜິດ​ບົນ​ຈິດ​ໃຈ​​ເຄົາລົບ​ກົດໝາຍ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຫວນ​ຄືນ​ບັນດາ​ການ​ກະທຳ​ເລີ​ຍ​ເຖືອດ​ຂອງ​ຊາວ​ຄຼິດຈຳນວນ​ຫນຶ່ງ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ຄວາມ​ສາມັກຄີ​ຂອງ​ວົງ​ຄະນາ​ຍາດ ​ແລະ ການ​ເຄົາລົບ​ກົດ​ລະບຽບ​ກົດ​ໝາຍ​ຂອງ​ລັດນັ້ນ ບັນດາ​ປະຊາຊົນ​ຖື​ສາສະຫນາ​ກາ​ໂຕ​ລິກ, ​ພົນລະ​ເມືອ​ງສັດຈະທຳຮູ້ສຶກ​ເສຍ​ໃຈ​ຕໍ່​ເຫດການ​ນັ້ນ. ​
TAG
vovworld/vov/ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ