VOV WorldVOV World
ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ຍັງບໍ່ທັນສິ້ນສຸດລົງເທື່ອ
19/06/2018 07:29
(VOVWORLD) - ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ: ທ່ານໄດ້ອອກຄຳສັ່ງໃຫ້ຜູ້ຕາງໜ້າການຄ້າ ອາເມລິກາ ກຳນົດບັນດາປະເພດສິນຄ້າ ຊຶ່ງ ຈີນ ຕ້ອງເສຍອັດຕາພາສີໃໝ່. ຕາມທ່ານ Trump ແລ້ວ: ນີ້ແມ່ນການກະທຳໂຕ້ຕອບເລື່ອງ ຈີນ ຂຶ້ນອັດຕາພາສີສຳລັບປະລິມານສິນຄ້າ ອາເມລິກາ ລວມມູນຄ່າ 50 ຕື້ USD.
ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ຍັງບໍ່ທັນສິ້ນສຸດລົງເທື່ອ
ໃນການກະທຳທີ່ແນໃສ່ເພີ່ມກຳລັງດັນຕໍ່ ຈີນ, ວັນທີ 18 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ປະກາດບັນດາແຜນການຈັດວາງອັດຕາພາສີ 10% ສຳລັບຜະລິດຕະພັນສິນຄ້າທີ່ນຳເຂົ້າຈາກ ຈີນ, ມີມູນຄ່າເຖິງ 200 ຕື້ USD, ແນໃສ່ໂຕ້ຕອບການກະທຳຂຶ້ນພາສີສຳລັບສິນຄ້າ ອາເມລິກາ ຂອງ ປັກກິງ. ການຜັນແປ່ໃໝ່ນີ້ ສະແດງໃຫ້ເຫັນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກນີ້ ບໍ່ສາມາດແກ້ໄຂຢ່າງງ່າຍດາຍເຖິງວ່າກ່ອນນີ້ ການນຳ 2 ຝ່າຍ ໄດ້ມີຄວາມເພິ່ງພໍໃຈ ຍ້ອນວ່າ ຫຼີກລ້ຽງສົງຄາມການຄ້າໄດ້. (ພາບປະກອບ /
TAG
VOV/VOVworld/ມາດ​ຕະ​ການ​ແກ້​ໄຂ​

More