ຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນຄວາມເປັນຈິງບໍ່ອາດເສກສັນປັ້ນແຕ່ງໄດ້
03/08/2012 09:08
ໃນບົດລາຍງານກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາສາກົນປີ 2011 ໂດຍຊວງການຕ່າງປະເທດ ອາເມລິກາ ປະກາດເມື່ອວັນທີ 30/7 ຜ່ານມາ ຖືວ່າ: ລັດຖະບານ ຫວຽດນາມ ບໍ່ສະແດງໃຫ້ເຫັນທ່າອ່ຽງປັບປຸງ ຫລືຖອຍຫລັງ ໃນການປົກປ້ອງສິດເສລີໃນການເຊື່ອຖືສາສະຫນາ

(vovworld) - ໃນບົດລາຍງານກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາສາກົນປີ 2011 ໂດຍຊວງການຕ່າງປະເທດ ອາເມລິກາ ປະກາດເມື່ອວັນທີ 30/7 ຜ່ານມາ ຖືວ່າ: ລັດຖະບານ ຫວຽດນາມ ບໍ່ສະແດງໃຫ້ເຫັນທ່າອ່ຽງປັບປຸງ ຫລືຖອຍຫລັງ ໃນການປົກປ້ອງສິດເສລີໃນການເຊື່ອຖືສາສະຫນາ. ເຖິງວ່າໄດ້ຮັບຮູ້ບັນດາຜົນງານຂອງຫວຽດນາມໃນການຮັບປະກັນສິດເສລີໃນການເຊື່ອຖືສາສະຫນາ, ການເຫລື້ອມໃສ ຂອງປະຊາຊົນກໍຕາມ, ບົດລາຍງານດັ່ງກ່າວຍັງຄົງມີບັນດາຂໍ້ສັງເກດບໍ່ພາວະວິໄສ, ໂດຍອີງໃສ່ຂໍ້ມູນຂ່າວສານທີ່ຜິດເຂວກ່ຽວກັບສະພາບການຢູ່ ຫວຽດນາມ, ບໍ່ຊຸກຍູ້ການພັດທະນາສາຍພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ.
TAG
ສາສະຫນາ
Related








