VOV WorldVOV World
ຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ ທາງອາກາດ ຄັ້ງປະຫວັດສາດ
22/12/2017 08:53
(VOVWORLD) - ເດືອນ ທັນວາ 1972, ອາເມລິກາ ໄດ້ເປີດບັ້ນບຸກໂຈມຕີຍຸດທະສາດດ້ວຍທາງອາກາດເຂົ້າພາກເໜືອ ຫວຽດນາມ ແນໃສ່ມ້າງທຳລາຍ, ດັບສູນກຳລັງຄວາມສາມາດດ້ານເສດຖະກິດ, ການປ້ອງກັນຊາດ, ເຮັດໃຫ້ພາກເໜືອ ສັງຄົມນິຍົມຖືກກັບຄືນສູ່ສະໄໝ “ເຄື່ອງຫີນ”,
ຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ ທາງອາກາດ ຄັ້ງປະຫວັດສາດ
ກ່ອນນີ້ 45 ປີ, ໃນເດືອນ ທັນວາ 1972, ກອງທັບ ແລະ ປະຊາຊົນ ພາກເໜືອ ຫວຽດນາມ ໄດ້ຜາບແຜ້ການບຸກໂຈມຕີຍຸດທະສາດທາງອາກາດດ້ວຍຂອບຂະໜາດໃຫຍ່ ທີ່ບໍ່ເຄີຍມີມາກ່ອນຂອງ ອາເມລິກາ ເຂົ້າ ຮ່າໂນ້ຍ, ຫາຍຟ່ອງ ແລະ ບາງທ້ອງຖິ່ນທາງພາກເໜືອ, ສ້າງເປັນໄຊຊະນະ “ຮ່າໂນ້ຍ  - ດ້ຽນບຽນຝູ ທາງອາກາດ”. ໄຊຊະນະມີຄວາມໝາຍຍຸດທະສາດທັງດ້ານການເມືອງ, ການທະຫານ ແລະ ການທູດ, ແມ່ນບາດລ້ຽວສຳຄັນກ່ຽວກັບຍຸດທະສາດສຳລັບການປະຕິວັດ ຫວຽດນາມ, ປະກອບສ່ວນປະຕິບັດສຳເລັດພາລະກິດຕໍ່ສູ້ປົດປ່ອຍຊາດຢ່າງສະຫງ່າລາສີ. (ພາບປະກອບ)         ເດືອນ ທັນວາ 1972, ອາເມລິກາ ໄດ້ເປີດບັ້ນບຸກໂຈມຕີຍຸດທະສາດດ້ວຍທາງອາກາດເຂົ້າພາກເໜືອ ຫວຽດນາມ ແນໃສ່ມ້າງທຳລາຍ, ດັບສູນກຳລັງຄວາມສາມາດດ້ານເສດຖະກິດ, ການປ້ອງກັນຊາດ, ເຮັດໃຫ້ພາກເໜືອ ສັງຄົມນິຍົມຖືກກັບຄືນສູ່ສະໄໝ “ເຄື່ອງຫີນ”, ກໍ່ຄວາມກົດດັນບັງຄັບໃຫ້ ຫວຽດນາມ ຕ້ອງຍອມເຊັນສັນຍາ ປາຣີ ຕາມບັນດາມາດຕາມີຜົນປະໂຫຍດໃຫ້ແກ່ ອາເມລິກາ.         ໃນ 12 ວັນ ແລະ ຄືນ ແຕ່ວັນທີ 18 – 30 ທັນວາ 1972, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຍິງເຮືອບິນປະເພດຕ່າງໆຂອງກອງທັບ ອາເມລິກາ ຕົກ 81 ລຳ, ໃນນັ້ນ ມີເຮືອບິນ B52 34 ລຳ. ສະເພາະ ກອງທັບ ແລະ ປະຊາຊົນນະຄອນຫຼວງ ໄດ້ຍິງເຮືອບິນຕົກ 23 ລຳ, ສ້າງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ຄັ້ງປະຫວັດສາດ.
TAG
VOV/VOVworld/ໄຊຊະນະ ດ້ຽນບຽນຝູ ທາງອາກາດ

More