ຄວາມຫຍຸ້ງຍາກໃນວິວັດທະນາການເຈລະຈາການຄ້າ ອີຢູ - ອັງກິດ
30/06/2020 06:45
(VOVWORLD) - ທ່ານ Michel Barnier ນັກເຈລະຈາຂອງ ອີຢູ ໄດ້ກ່າວຫາ ອັງກິດ ບໍ່ເຄົາລົບບັນດາມາດຕາໃນຂໍ້ຕົກລົງ “Brexit”, ພາຍຫລັງ 2 ຝ່າຍສິ້ນສຸດຮອບເຈລະຈາເທື່ອທີ 4 ໃນວັນທີ 5 ມິຖຸນາ ເຊິ່ງບໍ່ບັນລຸໄດ້ບາດກ້າວບຸກທະລຸພໍສົມຄວນ, ຍ້ອນວ່າ 2 ຝ່າຍຍັງມີຄວາມບໍ່ລົງລອຍກັນໃນ 4 ບັນຫາຕົ້ນຕໍ.

ວັນທີ 29 ມິຖຸນາ, ສະຫະພາບເອີຣົບ (ອີຢູ) ແລະ ອັງກິດ ເລີ່ມຕົ້ນດຳເນີນວິວັດທະນາການເຈລະຈາຄັ້ງໃໝ່ ໃນ 5 ອາທິດ ກ່ຽວກັບຂໍ້ກຳນົດກົດລະບຽບດ້ານການຄ້າລະຫວ່າງ 2 ຝ່າຍ ພາຍຫລັງວັນທີ 31 ທັນວາ 2020, ແມ່ນຈຸດເວລາທີ່ ອັງກິດ ຢຸດຕິຖານະເປັນສະມາຊິກໃນຕະຫລາດ ແລະ ສະຫະພັນພາສີອາກອນຂອງ ອີຢູ ຢ່າງສົມບູນ ຫຼື ຍັງເອີ້ນວ່າໄລຍະປ່ຽນຜ່ານຫລັງ Brexit. ເຖິງຢ່າງໃດກໍ່ຕາມ, ກ່ອນທີ່ດຳເນີນບັນດາກອງປະຊຸມເຈລະຈາ ໄດ້ມີສັນຍານຫລາຍຢ່າງທີ່ສະແດງໃຫ້ເຫັນວ່າ ການເຈລະຈາ ຈະປະເຊີນໜ້າກັບບັນດາສິ່ງທ້າທາຍຢ່າງໃຫຍ່ຫລວງ. ຮອບເຈລະຈາໃໝ່ຫລັງ Brexit ລະຫວ່າງ ອັງກິດ ແລະ ສະຫະພາບເອີຣົບ ຢູ່ປະເທດ ແບນຊິກ, ວັນທີ 29/06/2020. (ພາບ: AFP/TTXVN) ວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຖະແຫຼງວ່າ ລອນດອນ ພ້ອມແລ້ວທີ່ຈະຕັດການພົວພັນກັບສະຫະພາບ ເອີຣົບ (ອີຢູ) ແລະ ສ້າງຕັ້ງການພົວພັນ “ຕາມບັນດາເງື່ອນໄຂຄື ອົດສະຕາລີ” ຖ້າບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບອະນາຄົດການພົວພັນຂອງ 2 ຝ່າຍ. ປັດຈຸບັນ, ອົດສະຕາລີ ບໍ່ມີຂໍ້ຕົກລົງການຄ້າຮອບດ້ານກັບ ອີຢູ. ບັນດາການແລກປ່ຽນດ້ານການຄ້າລະຫວ່າງ ອີຢູ ແລະ ອົດສະຕາລີ ເກືອບທັງໝົດລ້ວນແຕ່ປະຕິບັດຕາມບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO), ເວັ້ນເສຍແຕ່ຂໍ້ຕົກລົງພິເສດບາງສະບັບທີ່ພວມມີຜົນສັກສິດສຳລັບບາງປະເພດສິນຄ້າໃດໜຶ່ງ. ສ່ວນສະຫະພາບ ເອີຣົບ ກໍ່ໄດ້ສະແດງທັດສະນະແຂງກະດ້າງ ແລະ ຈະແຈ້ງທີ່ສຸດຢ່າງຕໍ່ເນື່ອງ ຕໍ່ບັນດາກອງປະຊຸມເຈລະຈາດ້ານການຄ້າກັບ ອັງກິດ.
TAG
VOV/VOVworld/ການເຈລະຈາ/ການຄ້າ/ອັງກິດ/ອີຢູ
Related
More








