ຄວາມມານະພະຍາຍາມກອບກູ້ເອົາສັນຍາການຄ້າ ສະຫະພາບເອີລົບ - ການາດາ
25/10/2016 12:53
ພາຍຫຼັງວິວັດການເຈລະຈາແກ່ຍາວເປັນເວລາ 7 ປີ, ສັນຍາການຄ້າ ແລະ ເສດຖະກິດຮອບດ້ານສະຫະພາບເອີລົບ EU - ການາດາ (CETA) ພວມມີໄພຖືກລົ້ມລະລາຍຂະນະທີ່ EU ບໍ່ໄດ້ຮັບການເຫັນດີຈາກປະເທດສະມາຊິກແບນຊິກ

ພາຍຫຼັງວິວັດການເຈລະຈາແກ່ຍາວເປັນເວລາ 7 ປີ, ສັນຍາການຄ້າ ແລະ ເສດຖະກິດຮອບດ້ານສະຫະພາບເອີລົບ EU - ການາດາ (CETA) ພວມມີໄພຖືກລົ້ມລະລາຍຂະນະທີ່ EU ບໍ່ໄດ້ຮັບການເຫັນດີຈາກປະເທດສະມາຊິກແບນຊິກ. ຖ້າຫາກ CETA ບໍ່ໄດ້ຮັບການລົງນາມນັ້ນ, ນີ້ຈະແມ່ນການໃສ່ບາດຄ້ອນໃຫຍ່ຕໍ່ນະໂຍບາຍການຄ້າຂອງ EU ຊຶ່ງພວມຖືກຕົກຢູ່ໃນສະພາບສັບສົນຍ້ອນບັນຫາອັງກິດຖອນອອກຈາກ EU ແລະ ສະພາບການເຕີບໂຕຖືກຢຸດສະງັກ. ເພາະສະນັ້ນ, ໃນຈຸດເວລານີ້, ທຸກໆຄວາມມານະພະຍາຍາມທາງການທູດພວມຖືກສຸມກຳລັງປະຕິບັດດ້ວຍຄວາມຫວັງຊອກຫາທິດທາງກອບກູ້ເອົາສັນຍານີ້. ທ່ານນາຍົກລັດຖະມົນຕີການາດາ Justin Trudeau (VietnamPlus). ຕາມແຜນການແລ້ວ, CETA ຈະໄດ້ຮັບການລົງນາມໃນຂອບເຂດການເດີນທາງຢ້ຽມຢາມແບນຊິກຂອງທ່ານນາຍົກລັດຖະມົນຕີການາດາ Trudeau ເມື່ອວັນທມີ 27/10 ນີ້. ແຕ່ໃນອາທິດແລ້ວນີ້, ອົງການນິຕິບັນຍັດເຂດ Wallonie ຂອງແບນຊິກໄດ້ປ່ອນບັດປະຕິເສດການລົງນາມ CETAຍ້ອນບັນດາຄວາມວິຕົກກັງວົນທີ່ກ່ຽວຂ້ອງເຖິງບັນດາມາດຕະຖານກ່ຽວກັບການບໍລິໂພກ, ອຸປະໂພກ ແລະ ການປົກປ້ອງສິ່ງແວດລ້ອມຢູ່ເອີລົບຈະຖືກຕົກຕ່ຳ, ພ້ອມກັນນັ້ນ, ແມ່ນຕະຫຼາດແຮງງານຖືກນາບຂູ່. ສິ່ງນີ້ກໍມີຄວາມໝາຍເຊັ່ນດຽວກັນກັບເລື່ອງລັດຖະບານແບນຊິກບໍ່ອາດຮັບຮອງເອົາຂໍ້ຕົກລົງ CETA ຍ້ອນຕາມກົດລະບຽບ, ລັດຖະບານແບນຊິກພຽງແຕ່ຮັບຮອງເອົາ CETA ຂະນະທີ່ໄດ້ຮັບຄວາມເຫັນດີຈາກທຸກໆອົງການນິຕິບັນຍັດຂັ້ນສະຫະພັນ, ເຂດ ແລະ ປະຊາຄົມພາສາສາດຢູ່ປະເທດນີ້. ເພື່ອມີຜົນບັງຄັບໃຊ້,ຂໍ້ຕົກລົງສະບັບນີ້, ຕ້ອງໄດ້ຮັບການໃຫ້ສັດຕະຍາບັນຂອງທັງໝົດ 28 ລັດຖະສະພາບັນດາປະເທດພາຄີ ແລະ 10 ລັດຖະສະພາເຂດ. ພຽງແຕ່ລັດຖະສະພາໜຶ່ງດຽວບໍ່ເຫັນດີເທ່ົານັ້ນ, CETA ຈະບໍ່ໄດ້ປະຕິບັດ. ການຜັນແປນີ້ ໄດ້ພາໃຫ້ເອກະສານສະບັບນີ້ ຕົກເຂົ້າສູ່ສະພາບລົ້ມລະລາຍພາຍຫຼັງທີ່ການເຈລະຈາແກ່ຍາວເປັນເວລາ 7 ປີ.
TAG
vovworld/ການຄ້າ/ເສລີ
Related








