ຄວາມປາຖະໜາຈາກກອງປະຊຸມສຸດຍອດ 4 ຝ່າຍໃຫ້ແກ່ສັນຕິພາບຢູ່ຢູແກຼນ
12/02/2015 11:47
ກອງປະຊຸມສຸດຍອດ 4 ຝ່າຍລະຫວ່າງບັນດາການນຳເຢັຍລະມັນ, ຝະລັ່ງ, ລັດເຊຍ ແລະ ຢູແກຼນ ເພື່ອແນໃສ່ຊອກຫາວິທີການແກ້ໄຂໃຫ້ແກ່ການສູ້ຮົບທີ່ນັບມື້ນັບເຄັ່ງຕຶງ ຢູ່ພາກຕາເວັນອອກຢູແກຼນໄດ້ເລີ່ມຈັດຂຶ້ນໃນວັນທີ 11/2
ກອງປະຊຸມສຸດຍອດ 4 ຝ່າຍລະຫວ່າງບັນດາການນຳເຢັຍລະມັນ, ຝະລັ່ງ, ລັດເຊຍ ແລະ ຢູແກຼນ ເພື່ອແນໃສ່ຊອກຫາວິທີການແກ້ໄຂໃຫ້ແກ່ການສູ້ຮົບທີ່ນັບມື້ນັບເຄັ່ງຕຶງ ຢູ່ພາກຕາເວັນອອກຢູແກຼນໄດ້ເລີ່ມຈັດຂຶ້ນໃນວັນທີ 11/2 ແລະ ພວມດຳເນີນຢູ່ນະຄອນຫຼວງ Minsk ຂອງເບເລຣຸດ. ເຖິງວ່າຍັງບໍ່ທັນບັນລຸໝາກຜົນສຸດທ້າຍກໍຕາມ, ແຕ່ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ໝາກຜົນທີ່ບັນລຸໄດ້ອາດຈະບໍ່ໄດ້ຕາມຄວາມຫວັງ ແລະ ການຊອກຫາວິທີແກ້ໄຂເພື່ອຫຼຸດຜ່ອນສະພາບການປະທະກັນຢູ່ຢູແກຼນຈະຍັງຄົງເສຍເວລາຫຼາຍຢູ່. ບັນດາລັດຖະມົນຕີການຕ່າງປະເທດເຢັຍລະມັນ, ຝະລັ່ງ, ລັດເຊຍ ແລະ ຢູແກຼນທີ່ກອງປະຊຸມຢູ່ Berlin ເມື່ອ 17/8/2014. (ພາບ: AFP) ການເຈລະຈາຖືກເລີ່ມດຳເນີນດ້ວຍວາລະເປີດກ້ວາງໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດ 4 ຝ່າຍ ແລະ ຜູ້ຕາງໜ້າຂອງກຸ່ມປະຕິບັດງານ ແລະ ຫຼັງຈາກນັ້ນ ແມ່ນການປະຊຸມວົງແຄບລວມມີບັນດາການນຳເຢັຍລະມັນ, ຝະລັ່ງ, ລັດເຊຍ ແລະ ຢູແກຼນ.
TAG
vov/vovworld/ກອງປະຊຸມ/4 ຝ່າຍ
Related








