ຄວາມປະທັບໃຈຕໍ່ສື່ມວນຊົນຫວຽດນາມໃນປີ 2017
01/03/2018 10:51
(VOVWORLD) - ທ່ານ ເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຢັ້ງຢືນໃນບົດຂຽນທີ່ລົງພິມໃນຫນັງສືພິມເຍີນເຢີນ (ປະຊາຊົນ)ຫວ່າງແລ້ວນີ້ວ່າ: ໃນບັນດາຂີດໝາຍອັນເລິກເຊິ່ງໃນວິວັດການພັດທະນາຂອງປະເທດຊາດປີ 2017 ແມ່ນມີການປະກອບສ່ວນສຳຄັນຂອງສື່ມວນຊົນຫວຽດນາມ. ວິທະຍຸກຈາຍສຽງຫວຽດນາມຄັດສະເຫນີບົດຂຽນຂອງທ່ານ ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມເຈືອງມີງຕວນ ດ້ວຍຫົວຂໍ້ວ່າ: “ຄວາມປະທັບໃຈຕໍ່ສື່ມວນຊົນຫວຽດນາມໃນປີ 2017”.

ທ່ານ ເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ລະດັບຈະເລີນເຕີບໂຕ GDP ຂອງຫວຽດນາມ ປີ 2017 ບັນລຸ 6,81%, ລື່ນກາຍຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກ ແລະ ລື່ນກາຍການຄາດຄະເນຂອງບັນດາອົງການຈັດຕັ້ງສາກົນ. ພ້ອມກັນນັ້ນ ພື້ນຖານເສດຖະກິດຫວຽດນາມ ມີບາດກ້າວເຕີບໂຕຢ່າງກະໂດດຂັ້ນ, ຈຳນວນວິສາຫະກິດຈົດທະບຽນໃຫມ່ກໍຄືຈຳນວນທຶນຈົດທະບຽນສ້າງຕັ້ງວິສາຫະກິດລ້ວນແຕ່ບັນລຸລະດັບສະຖິຕິ. ພ້ອມກັບຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ເພື່ອພັດທະນາເສດຖະກິດ, ພັກ, ລັດ ແລະ ທົ່ວປວງຊົນຫວຽດນາມ ພ້ອມທັງມານະພະຍາຍາມພັດທະນາສັງຄົມ, ພິເສດແມ່ນບັນຫາຮັບປະກັນຊີວິດສັງຄົມ.
TAG
VOV/VOVworld/ລະເມີດກົດໝາຍ
Related
More








