VOV WorldVOV World
ກໍ່ສ້າງ ແລະ ເປີດກ້ວາງເກາະ : ຈີນພວມ ລະເມີດກົດໝາຍສາກົນ
19/09/2014 12:31
ວົງການສື່ມວນຊົນ ກໍຄືບັນດານັກຮຽນຮູ້ ສາກົນພວມເວົ້າ ຢ່າງຕໍ່ເນືອງເຖິງ“ ຄວາມມັກໃຫຍ່ໃຝ່ສູງ​ແຜ່​ອຳນາດ”ຂອງ​ຈີນ​ ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂດຍ​ຜ່ານ​ການ​ກໍ່ສ້າງ​ ບັນດາ​ຫາດດອນ​ຫີນ​ນ້ຳ​ຖ້ວມ​ ກາຍເປັນ​ເກາະ​ທຽມ​
ກໍ່ສ້າງ ແລະ ເປີດກ້ວາງເກາະ : ຈີນພວມ ລະເມີດກົດໝາຍສາກົນ
ວົງການສື່ມວນຊົນ ກໍຄືບັນດານັກຮຽນຮູ້ສາກົນພວມເວົ້າຢ່າງຕໍ່ເນືອງເຖິງ“ ຄວາມມັກໃຫຍ່ໃຝ່ສູງ​ແຜ່​ອຳນາດ”ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂດຍ​ຜ່ານ​ການ​ກໍ່ສ້າງ​ບັນດາ​ຫາດດອນ​ຫີນ​ນ້ຳ​ຖ້ວມ​ກາຍເປັນ​ເກາະ​ທຽມ​ຢູ່ ກາກ​ມາ ​ແລະ ​ເປີດ​ກ້ວາງ​ບາງ​ບໍລິ​ເວນ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈືອງ​ຊາຂອງ​ຫວຽດນາມ​ຢ່າງ​ຜິດ​ກົດໝາຍ. ການ​ກະທຳ​ຂອງ​ຈີນ​ບໍ່​ພຽງ​ແຕ່ຝືນ​ກັບ​ກົດໝາຍ, ລ່ວງ​ລ້ຳ​ອະ​ທີ​ປະ​ໄຕ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການລະ​ເມີດ​ກົດໝາຍ​ສາກົນ​ອີກ​ດ້ວຍ, ​ເຮັດ​ໃຫ້​ສະພາບ​ການ​ພາກ​ພື້ນ​​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​.  ກໍ່ສ້າງ ​ແລະ ​ເປີດ​ກ້ວາງ​ເກາະ : ຈີນ​ພວມ ລະ​ເມີດ​ກົດໝາຍ​ສາກົນ     ​ ໃນ​ການ​ຜັນ​ແປ​ທີ່​ຫຼ້າ​ສຸດ​ເພື່ອ​ຍູ້​ໄວ​ບັນດາ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຈີນ​ໄດ້​ລົງທຶນ​ເກືອ​ບ 6 ລ້ານ USD ​ເພື່ອ​ກໍ່ສ້າງ​ໂຮງ​ຮຽນ​ຢ່າ​ງຜິດ​ກົດໝາຍ​ໃນ​ໝູ່​ເກາະ​ຮວ່າງ​ຊາ​ຂອງ​ຫວຽດນາມ. ກ່ອນ​ນີ້ 2,3 ວັນ, ກຸ່ມ​ສື່​ມວນ​ຊົນ BBC ​ໄດ້​ເຜີ​ຍ​ແບ​ບັນດາ​ສະຖານ​ທີ່​ກໍ່ສ້າງ​ເກາະ​ຂອງ​ຈີນຢູ່​ກາກ​ມາ ​ແລະ ຢູ່ຫາດ​ດອນ​ຫີນ​ອີກຈຳນວນໜຶ່ງ​ໃນ​ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດນາມ ຜ່ານ​ລາຍການ​ສາລະ​ຄະດີ “ ​ໂຄງການ​ກໍ່ສ້າງ​ເກາະ​ຂອງ​ຈີນ”. ສິ່ງ​ນີ້​ແມ່ນ​ກົງ​ກັບ​ບົດ​ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້​ຂອງ​ລັດຖະບານ​ຟີ​ລິບປິນທີ່​ວ່າ : ຈີນ​ອາດ​ຈະ​ພວມ​ດຳ​ເນີນ​ກໍ່ສ້າງ​ຢູ່​ສະຖານ​ທີ່​ຢ່າງ​ໜ້ອຍ 5 ​ແຫ່ງ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​ຂອງ​ຫວຽດນາມ​ຊຶ່ງ​ລວມມີ : ກາກ​ມາ, ​ເຈົາວຽນ, ກາ​ແວນ, ຕື​ເງັ້ຍ ​ແລະ ​ແອ້​ນ​ເດີດ.
TAG
vov/vovworld/ເກາະ/ດອນ/ດອນຫີນ

More