ກອງປະຊຸມສຸດຍອດ G20 ຊຸກຍູ້ບຸລິມະສິດຂອງອາຟະລິກາ ແລະ ບັນດາປະເທດພວມພັດທະນາ
21/11/2025 10:26
(VOVWORLD) - ໂດຍຈະດຳເນີນແຕ່ວັນທີ 22 – 23 ພະຈິກ ຢູ່ນະຄອນ Johannesburg, ອາຟະລິກາໃຕ້, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດແຖວໜ້າໂລກ - G20 ປີນີ້ ໄດ້ສຸມໃສ່ການຊຸກຍູ້ບັນດາຄວາມານະພະຍາຍາມທົ່ວໂລກ ແນໃສ່ໜູນຊ່ວຍບັນດາປະເທດພວມພັດທະນາ, ພິເສດແມ່ນບັນດາປະເທດ ອາຟະລິກາ, ໃນບັນດາບັນຫາດິນຟ້າອາກາດ, ພະລັງງານ ແລະ ການເງິນສາທາລະນະ.

ດ້ວຍຫົວຂໍ້ “ສາມັກຄີ, ຍຸຕິທຳ, ຍືນຍົງ”, ກອງປະຊຸມສຸດຍອດ G20 ປີນີ້ ໄດ້ເຕົ້າໂຮມການນຳຂັ້ນສູງຂອງເກືອບທຸກປະເທດ, ອົງການຈັດຕັ້ງສະມາຊິກຂອງກຸ່ມ ພ້ອມດ້ວຍປະເທດຖືກເຊີນຈຳນວນໜຶ່ງ. ເຖິງຢ່າງໃດກໍຕາມ, ອາເມລິກາ ພື້ນຖານເສດຖະກິດໃຫຍ່ສຸດໃນກຸ່ມ ເຜີຍໃຫ້ຮູ້ວ່າ ບໍ່ເຂົ້າຮ່ວມກອງປະຊຸມຄັ້ງນີ້.
TAG
VOV/VOVworld/ກອງປະຊຸມສຸດຍອດ G20/ອາຟະລິກາໃຕ້/ບັນດາປະເທດພວມພັດທະນາ
Related
More








