ກອງປະຊຸມສຸດຍອດ AI ຈັດຂຶ້ນຢູ່ ປາຣີ ໃຫ້ບຸລິມະສິດຊຸກຍູ້ບັນດາຜົນປະໂຫຍດຂອງເຕັກໂນໂລຢີ
10/02/2025 08:48
(VOVWORLD) - ໂດຍໄດ້ດຳເນີນໃນລະຫວ່າງວັນທີ 10 – 11 ກຸມພາ ຢູ່ນະຄອນຫຼວງ ປາຣີ, ກອງປະຊຸມສຸດຍອດການກະທຳກ່ຽວກັບປັນຍາປະດິດ (AI) ຫັນທິດໃຫ້ບຸລິມະສິດຈາກການຄວບຄຸມຄວາມປອດໄພ AI ໄປສູ່ການພັດທະນາ ແລະ ແບ່ງປັນຜົນປະໂຫຍດ ເຊິ່ງ AI ນຳມາໃຫ້, ກໍຄືເພີ່ມທະວີການຮ່ວມມືໃນສະພາບການຄວາມເຄັ່ງຕຶງທາງດ້ານພູມີສາດການເມືອງເລີ່ມສົ່ງຜົນກະທົບຕໍ່ຂົງເຂດເຕັກໂນໂລຢີນີ້.

ກອງປະຊຸມສຸດຍອດກ່ຽວກັບການກະທຳ AI ຈັດຂຶ້ນຢູ່ ປາຣີ ແມ່ນກອງປະຊຸມສຸດຍອດຄັ້ງທີ 3 ມີຂອບເຂດທົ່ວໂລກ ເຊິ່ງກ່ຽວຂ້ອງເຖິງເຕັກໂນໂລຢີ AI, ພາຍຫຼັງບັນດາກອງປະຊຸມຢູ່ Bletchley Park (ປະເທດ ອັງກິດ) ປີ 2023 ແລະ ຢູ່ ເຊີອູນ (ສ.ເກົາຫຼີ) ໃນປີກາຍ.
TAG
VOV/VOVworld/ເຕັກໂນໂລຢີ AI/ປັນຍາປະດິດ/ຄວາມປອດໄພ/ກອງປະຊຸມສຸດຍອດ ກ່ຽວກັບການກະທຳ AI
Related
More








