ກອງປະຊຸມສຸດຍອດ APEC ແລະ ບັນດາກອງປະຊຸມຈຸດສຸມ
29/10/2025 09:22
(VOVWORLD) - ກອງປະຊຸມບັນດາການນຳເສດຖະກິດ APEC ແມ່ນເຫດການຫຼັກຂອງສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ປີນີ້ ຢູ່ສ.ເກົາລີ ເຊິ່ງດຶງດູດຄວາມສົນໃຈຂອງທົ່ວໂລກ ເມື່ອການນຳບັນດາພື້ນຖານເສດຖະກິດແຖວໜ້າໂລກ, ໃນນັ້ນມີທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະມີການພົບປະສຳຄັນ.

ສັບປະດາສຸດຍອດ APEC ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 27 ຕຸລາ ຢູ່ Gyeongju, ສ.ເກົາຫຼີ ດ້ວຍກອງປະຊຸມສະຫຼຸບບັນດາເຈົ້າໜ້າທີ່ອາວຸໂສ (CSOM). ເຫດການສືບຕໍ່ຈາກກອງປະຊຸມລັດຖະມົນຕີ APEC (AMM) ແລະ ພິເສດແມ່ນກອງປະຊຸມບັນດາການນຳເສດຖະກິດ APEC - ເຫດການຫຼັກຂອງສັບປະດາ ທີ່ໄດ້ດຳເນີນແຕ່ວັນທີ 31 ຕຸລາ ຫາວັນທີ 1 ພະຈິກ.
TAG
VOV/VOVworld/ອາເມລິກາ/ຈີນ/APEC
Related








