ກອງປະຊຸມສຸດຍອດ G7 ດ້ວຍຫຼາຍຫົວເລື່ອງທີ່ໜ້າສົນໃຈ
28/06/2022 07:40
(VOVWORLD) - ໂດຍໄດ້ດຳເນີນໃນສະພາບຄວາມໝັ້ນຄົງ ແລະ ເສດຖະກິດ-ສັງຄົມໂລກ ພວມມີການຜັນແປທີ່ສັບສົນນັ້ນ, ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ພວມດຳເນີນໄປຢູ່ປະເທດສາທາລະນະລັດ ສະຫະພັນເຢຍລະມັນ ພວມດຶງດູດຄວາມສົນໃຈພິເສດຈາກວົງຄະນະຍາດສາກົນ. ໃນນັ້ນ, ຫາງສຽງໄດ້ສະຫງວນຄວາມສົນເອົາໃຈທີ່ສຸດ ຕໍ່ບັນດາມາດຕະການ, ບັນດາບາດກ້າວເດີນຕໍ່ໄປ ຊື່ງບັນດາການນຳ G7 ຍົກອອກມາ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ກ່ຽວກັບດ້ານຄວາມໝັ້ນຄົງ, ເສດຖະກິດ, ການທູດ…ຊື່ງໂລກພວມຕ້ອງປະເຊີນໜ້າ.

ກອງປະຊຸມສຸດຍອດ G7 ຄັ້ງທີ 48 ປີ 2022 ໄດ້ໄຂຂຶ້ນເມື່ອວັນທີ 26 ມິຖຸນາຢູ່ວັງ Elmau ຂຶ້ນກັບລັດ Bayern, ທາງພາກໃຕ້ປະເທດເຢຍລະມັນ ໂດຍມີການເຂົ້າຮ່ວມຂອງປະມຸກລັດ 7 ປະເທດພາຄີຄື: ເຢຍລະມັນ, ອັງກິດ, ຝະລັ່ງ, ອີຕາລີ, ຍີ່ປຸ່ນ, ການາດາ ແລະ ອາເມລິກາ, ພ້ອມດ້ວຍການນຳສູງສຸດຂອງສະຫະພາບເອີລົບ (EU) ຄືປະທານຄະນະກຳມະການເອີລົບ ແລະ ປະທານສະພາເອີລົບ. ແຕ່ສິ່ງທີ່ຫາງສຽງມີຄວາມສົນໃຈກ່ວາໝູ່ ນັ້ນແມ່ນ ບັນດາເນື້ອໃນທີ່ເຄັ່ງຮ້ອນ ທີ່ບັນດາການນຳຂອງກຸ່ມສຸມໃສ່ປຶກສາຫາລືໃນກອງປະຊຸມສຸດຍອດ G7 ຄັ້ງນີ້.
TAG
VOV/VOVworld/G7/ກອງປະຊຸມສຸດຍອດ/ອຸດສາຫະກຳ/ລົງທຶນ
Related
More








