VOV WorldVOV World
ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11
19/10/2012 08:47
ກົມ​ການ​ເມືອງ​ໄດ້​ປະຕິບັດ​ການ​ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕິ​ຊົມ​ກັນ ຢ່າງ​ເຂັ້ມ​ງວດ ​ແລະ ຍອມຮັບ​ຄວາມຜິດ ​ຕໍ່​ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກ
ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11
(vovworld)- ທີ່​ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 (​ເອີ້ນ​ຫຍໍ້​ວ່າ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6), ກົມ​ການ​ເມືອງ​ໄດ້​ປະຕິບັດ​ການ​ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕິ​ຊົມ​ກັນ ຢ່າງ​ເຂັ້ມ​ງວດ ​ແລະ ຍອມຮັບ​ຄວາມຜິດ ​ຕໍ່​ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກກ່ຽວ​ກັບ​ຂໍ້ຄົງຄ້າງ, ຄວາມ​ອ່ອນ​ດ້ອຍ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ການ​ເຊື່ອມ​ທາດ​ຂາດ​ຄຸນ, ສິ່ງຫຍໍ້​ທໍ້​ໃນ​ຖັນ​ແຖວ​ສະມາຊິກ​ພັກ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ໝູ່​ຄະນະ​ກົມ​ການ​ເມືອງ​ໄດ້​ຍອມຮັບຄວາມຜິດ​ຕໍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ແບບຢ່າງ​ໃນ​ທົ່ວ​ພັກ​ກ່ຽວ​ກັບ​ນ້ຳ​ໃຈການຕຳ​ນິຕິ​ຊົມ​ຕົນເອງ ​ແລະ ຕິ​ຊົມ​ກັນຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4.
TAG
ຕຳນິຕິຊົມ/ຮັບຄວາມຜິດ

More