VOV WorldVOV World
ກອງປະຊຸມຂັ້ນສູງອາຊີ-ເອີລົບ ຄັ້ງທີ 10 : ຊຸກຍູ້ການສົນທະນາເພື່ອການພັດທະນາແບບຍືນຍົງ
16/10/2014 12:13
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາ​ມ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ, ສົມ​ທົບ​ກັນ​ໃນ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ, ຄວາມ​ສະ​ຫງົບ
ກອງປະຊຸມຂັ້ນສູງອາຊີ-ເອີລົບ ຄັ້ງທີ 10 : ຊຸກຍູ້ການສົນທະນາເພື່ອການພັດທະນາແບບຍືນຍົງ
ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊີ-ເອີ​ລົບ ຄັ້ງ​ທີ 10 (ASEM - 10) ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 16/10 ຢູ່​ນະ​ຄອນ ມີ​ລານ ປະ​ເທດ​ອີ​ຕາ​ລີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາ​ມ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ, ສົມ​ທົບ​ກັນ​ໃນ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ, ຄວາມ​ສະ​ຫງົບ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ກັບ​ບັນ​ດາ​ປະ​ເທດ​ພາ​ຄີ ແນ​ໃສ່​ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື . ຕໍ່​ໄປ​ນີ້, ນັກ​ຂ່າວ vov ມີ​ມົດ​ທີ່​ພາດ​ຫົວ​​ຂໍ້ວ່າ :     “ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊີ-ເອີ​ລົບ ຄັ້ງ​ທີ 10 : ຊຸກ​ຍູ້​ການ​ສົນ​ທະ​ນາ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.   ເວ​ທີປາ​ໄສ​ຮ່ວມ​ມື​ອາ​ຊີ-ເອີ​ລ​ົ​ບ (ASEM) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1966 ຕາມ​ຂໍ້​ລິ​ເລີ່ມ​ຂອງ​ສິງ​ກະ​ໂປ, ຝະ​ລັ່ງ ແລະ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ​ຈາກ​ກຸ່ມ​ອາ​ຊຽນ. ນີ້​ແມ່ນ ເວ​ທີປາ​ໄສສົນ​ທະ​ນາ​ຢ່າງບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ບັນ​ດາ​ປະ​ມຸກ​ລັດ ແລະ ຜູ້​ນຳ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ແຊມ(ASEM), ການ​ນຳ​ສະ​ຫະ​ພາບ​ເອີ​ລົບ EU  ແລະ ຄະ​ນະ​ເລ​ຂາ​ອາ​ຊຽນ, ອາ​ແຊມ ໄດ້​ກວມ​ເອົາ​ປະ​ມານ 63%ຈຳ​ນວນ​ປະ​ຊາ​ກອນ​ຂອງ​ໂລກ, 57% ຈີ​ດີ​ພີ ແລະ 68% ມູນຄ່າ​ການ​ຄ້າ​ທົ່ວ​ໂລກ. ປະ​ຈຸ​ບັນ, ອາ​ແຊມມີຶ 53 ປະ​ເທດ​ສະ​ມາ​ຊິກ ແລະ ການ​ເປີດ​ກ້​ວາງ ເຕີບ​ໃຫຍ່​ຢ່າງບໍ່​ຢຸດຢັ້ງ​ຂອງ ອາ​ແຊມ ໄດ້ ແລະ ພ​ວມ​ຕໍ່​ກຳ​ລັງ​ແຮງ​ໃຫ້​ແກ່ ເວ​ທີປາ​ໄສ​ໃຫຍ່​ອັນ​ດັບ 2 ໃນ​ໂລກນີ້ ຖັດ​ຈາກກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ແລະ ທັງ​ແມ່ນ​ກົນ​ໄກ​ລະ​ຫວ່າງ​ພາກ​ພື້ນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ປະ​ຈຸບ​ັນ.