VOV WorldVOV World
ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 132 ຢູ່ຫວຽດນາມ ຈະເປັນຂີດໝາຍໃນປະຫວັດສາດ IPU
19/03/2014 12:21
ເລື່ອງເປັນເຈົ້າພາບຈັດ ກອງປະຊຸມສະມັດ​ຊາ​ໃຫຍ່ IPU – 132 ແມ່ນສືບຕໍ່ຢືນຢັນການສະໜັບສະໜູນ ແລະ ໃຫ້ບຸລິມະສິດຢ່າງສູງ ຂອງຫວຽດນາມ ໃນການຮ່ວມມືກັບ IPU
ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 132 ຢູ່ຫວຽດນາມ ຈະເປັນຂີດໝາຍໃນປະຫວັດສາດ IPU
ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ IPU ຄັ້ງ​ທີ 130    ຕໍ່ໜ້າຂ່າວຄາວທີ່ຫວຽດນາມເປັນຄັ້ງທຳອິດຈະເປັນເຈົ້າພາບຈັດກອງປະຊຸມ ສະມັດ​ຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU - 132) ​ໃນ​ເດືອນ 3/2015 ນັ້ນ, ວົງຄະນະຍາດສາກົນກໍ ລ້ວນແຕ່ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະຈັດຕັ້ງເຫດການນີ້ຢ່າງສຳເລັດຜົນ. ເລື່ອງເປັນ ເຈົ້າພາບຈັດ ກອງປະຊຸມສະມັດ​ຊາ​ໃຫຍ່ IPU – 132 ແມ່ນສືບຕໍ່ຢືນຢັນການສະໜັບສະໜູນ ແລະ ໃຫ້ບຸລິມະສິດຢ່າງສູງຂອງຫວຽດນາມໃນການຮ່ວມມືກັບ IPU, ພ້ອມທັງ ຍັງສົ່ງສານ ໃຫ້ທົ່ວໂລກ ຮັບຊາບວ່າ : ຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ IPU, ສູ້ຊົນເພື່ອສັນຕິພາບ, ວັດທະນາຖາວອນ, ພັດທະນາໃນທົ່ວໂລກ .   ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມ ສະມັດ​ຊາ​ໃຫຍ່​ລັດຖະ ສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 130 ຊຶ່ງຖືກຈັດຂຶ້ນຢູ່ເຊີແນວ ປະເທດສະວິດ, ວັນທີ 18/3, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານປະທານ IPU Abdelwahad Radi ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ເລື່ອງ​ຫວຽດນາມເປັນເຈົ້າພາບຈັດກອງປະຊຸມ ສະມັດ​ຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU - 132) ​ໃນ​ເດືອນ 3/2015. ນອກຈາກ​ເລື່ອງລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການເປັນເຈົ້າພາບຈັດກອງປະຊຸມ IPU – 132, ທີ່​ກອງ​ປະຊຸມ IPU ຄັ້ງ​ທີ 130 ນີ້, ຫວຽດນາມ​ຍັງ​ໄດ້​ປະກາດ​ເຄື່ອງໝາຍ​ສັນຍາ​ລັກ​ຂອງ IPU 132, ພ້ອມ​ກັນ​ນັ້ນ ກໍ​ຈັດ​ຕັ້ງ​ການວາງສະ​ແດງ​ວັດທະນະທຳ​ທີ່​ເຂັ້ມ​ຂຸ້ນສີສັນ​ຊາດ​ທີ່​ສູນ​ຈັດ​ກອງ​ປະຊຸມ​ຊຶ່ງ​ພວມ​ດຳ​ເນີນກອງປະຊຸມສະມັດ​ຊາ​ໃຫຍ່ IPU ​ຄັ້ງ​ທີ 130 , ອັນ​ໄດ້​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ຜູ້​ແທນ​​ໃນ​ທົ່ວ​ໂລກທີ່ພວມ​ເຂົ້າ​ຮ່ວມກອງປະຊຸມສະມັດ​ຊາ​ໃຫຍ່ IPU.    ​
TAG
vov/vovworld/ສະມັດ​ຊາ​ໃຫຍ່​ລັດຖະສະພາ