VOV WorldVOV World
ກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ອາດສາມາດແກ້ໄຂບັນດາຄວາມຂັດແຍ້ງໄດ້ຫຼືບໍ?
12/07/2018 07:44
(VOVWORLD) -ຄາດວ່າທ່ານປະທານາທິບໍດີລັດເຊຍ V.Putin ແລະຄູ່ຕໍາແໜ່ງອາເມລິກາ D.Trump ຈະມີການພົບປະຂັ້ນສຸດຍອດໃນວັນທີ 16 ກໍລະກົດ ຈະມາເຖິງຢູ່ Helsinki, ປະເທດແຟງລັງ. ພາຍຫຼັງບັນດາຄວາມເຄັ່ງຕຶງ, ການພົວພັນສອງປະເທດພວມຕົກຢູ່ໃນລະດັບຕໍ່າທີ່ສຸດ ນັບແຕ່ສົງຄາມເຢັນເປັນຕົ້ນມາ, ບາງຄັ້ງບາງຄາວ ເກືອບຄືວ່າ ຈະຕົກເຂົ້າສູ່ສະພາບສູ້ຢັນກັນແລ້ວ. ຜ່ານກອງປະຊຸມສຸດຍອດຄັ້ງນີ້, ການນໍາສອງປະເທດ ອາດສາມາດແກ້ໄຂບັນດາຄວາມຂັດແຍ້ງທີ່ມີມາແຕ່ດົນນານ ໄດ້ຫຼືບໍ? ເພື່ອສ້າງການພົວພັນທີ່ໜ້າໄວ້ເນື້ອເຊື່ອໃຈກວ່າ ໃນອະນາຄົດ ນັ້ນແມ່ນສິ່ງທີ່ຫາງສຽງພວມມີຄວາມສົນໃຈເປັນພິເສດ.
ກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ອາດສາມາດແກ້ໄຂບັນດາຄວາມຂັດແຍ້ງໄດ້ຫຼືບໍ?
ນີ້ແມ່ນຄັ້ງທໍາອິດທີ່ ທ່ານປະທານາທິບໍດີ ອາເມລິກາ D.Trump ແລະ ທ່ານປະທານາທິບໍດີ ລັດເຊຍ V.Putin ໄດ້ພົບປະກັນຢ່າງເປັນທາງການ ນັບແຕ່ເມື່ອ ທ່ານ D.Trump ກ້າວເຂົ້າສູ່ທໍານຽບຂາວ ແລະ ກໍແມ່ນຄັ້ງທໍາອິດ ທີ່ປະມຸກລັດສອງປະເທດໄດ້ພົບປະກັນຢ່າງເປັນທາງການ ນັບແຕ່ປີ 2009 ມາຮອດປັດຈຸບັນ.
TAG
VOV/VOVworld/ສົງຄາມ​ເຢັນ/ແປ້ນ​ຢັນ/ສູ້ຢັນ/ແຟງລັງ

More