ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24 ສະແດງຄວາມສາມັກຄີຂອງ ອາຊຽນ
09/05/2014 09:19
(vovworld)- ວັນທີ 10/5, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24 ຈະຖືກໄຂຂຶ້ນຢູ່ນະຄອນຫລວງ Nay Pyi Taw ປະເທດ ມຽນມາ ໂດຍມີການເຂົ້າຮ່ວມຂອງປະມຸກລັດ 10 ປະເທດ
(vovworld)- ວັນທີ 10/5, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24 ຈະຖືກໄຂຂຶ້ນຢູ່ນະຄອນຫລວງ Nay Pyi Taw ປະເທດ ມຽນມາ ໂດຍມີການເຂົ້າຮ່ວມຂອງປະມຸກລັດ 10 ປະເທດ. ໃນສະພາບຄວາມໝັ້ນຄົງຢູ່ທະເລຕາເວັນອອກ ພວມມີການຜັນແປໄປຢ່າງສັບສົນໃນຊຸມມື້ຜ່ານມາ ດ້ວຍເລ່ື່ອງ ຈີນ ນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ໄຫລ່ທະວີບ ຂອງຫວຽດນາມ, ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ແມ່ນເວທີປາໄສເພື່ອໃຫ້ຫວຽດນາມ ສະແດງຫລັກໝັ້ນເປັນທຳຂອງຕົນໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະເທົ່ານັ້ນ ຫາກຍັງໄດ້ຮັບຖືວ່າ ແມ່ນໂອກາດເພື່ອໃຫ້ ອາຊຽນ ຢືນຢັນຄືນຄວາມສາມັກຄີພາຍໃນກຸ່ມ, ຊື່ງແມ່ນປັດໄຈເພື່ອສ້າງ “ປະຊາຄົມດຽວ, ຊາຕະກຳດຽວ” ສຳເລັດຜົນ.
TAG
vovworld/vov/ກອງປະຊຸມສຸດຍອດ/ອາຊຽນ
Related








