ຮັກສາດ້ານການເມືອງໃຫ້ມີສະຖຽນລະພາບເພື່ອພັດທະນາປະເທດຊາດ
23/05/2024 09:27
(VOVWORLD) - ການຮັກສາດ້ານການເມືອງໃຫ້ມີສະຖຽນລະພາບ ແມ່ນເງື່ອນໄຂທີ່ຈຳເປັນ ແລະ ສຳຄັນເພື່ອພັດທະນາປະເທດ ຫວຽດນາມ. ການມີສະຖຽນລະພາບດ້ານການເມືອງກໍ່ຍ້ອນມີກຳລັງຄວາມສາມາດ ແລະ ອິດທິພົນການນຳພາຂອງພັກກອມມູນິດ ຫວຽດນາມ ໃນຕະຫລອດໄລຍະຜ່ານມາ. ເລື່ອງ ພັກ ລົງວິໄນ, ປັບໄຫມລົງໂທດບັນດາພະນັກງານທີ່ລະເມີດກົດລະບຽບຂອງພັກໃນໄລຍະຜ່ານມາ ກໍ່ເພື່ອແນໃສ່ຈຸດປະສົງຫນຶ່ງດຽວແມ່ນເພື່ອໃຫ້ພັກ ນັບມື້ນັບ ປອດໃສ, ໝັ້ນຄົງເຂັ້ມແຂງປະຕິບັດບົດບາດນຳພາຂອງພັກໃຫ້ເປັນຢ່າງດີ, ຈາກນັ້ນ ກໍ່ສ້າງຄວາມສະຖຽນລະພາບຢ່າງຍາວນານເພື່ອພັດທະນາປະເທດຊາດ.

ຊຸມປີມໍ່ໆມານີ້ ພາຍໃຕ້ການນຳພາຂອງພັກ, ນຳຫນ້າແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ປະຕິບັດການຕໍ່ສູ້ປ້ອງກັນ ຕ້ານການສໍ້ລາດບັງຫລວງຢ່າງຂ້ຽວຂາດ. ການຕໍ່ສູ້ນີ້ໄດ້ຮັບການປະຕິບັດແບບ “ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ, ບໍ່ວ່າຜູ້ນັ້ນແມ່ນໃຜ”.
TAG
VOV/VOVworld/ສະຖຽນລະພາບດ້ານການເມືອງ/ປົກປັກຮັກສາເອກະລາດ/ບຸກຄະລາກອນ/ປະກົດການຫຍໍ້ທໍ້
Related








