VOV WorldVOV World
ກູບາ ໃນວິວັດທະນາການຫັນປ່ຽນການນຳຄັ້ງປະຫວັດສາດ
19/04/2018 09:21
(VOVWORLD) -ປະເທດ ກູບາ ພວມຜ່ານຜ່າບັນດາວິນາທີສຳຄັນ. ນັ້ນແມ່ນຈຸດເວລາຫັນປ່ຽນການນຳຄັ້ງປະຫວັດສາດ ເມື່ອທ່ານປະທານ Raul Castro ເຊົາດຳລົງຕຳແຫນ່ງປະທານ ກູບາ, ເປັນຂີດໝາຍຄັ້ງທຳອິດພາຍຫລັງກວ່າເຄິ່ງສັດຕະວັດ ມີຜູ້ຫນຶ່ງບໍ່ນອນໃນວົງຕະກຸນ Castro ຈະຮັບດຳລົງຕຳແຫນ່ງນີ້. ເຖິງຢ່າງໃດກໍຕາມ, ປະຊາຊົນ ກູບາ ຍາມໃດກໍ່ມີຄວາມເຊື່ອໝັ້ນວ່າ ການນຳລຸ້ນໃຫມ່ຈະສືບຕໍ່ສືບທອດ ແລະ ເສີມຂະຫຍາຍບັນດາຜົນງານຊື່ງ ກູບາ ບັນລຸໄດ້ໃນ 2 ອາຍຸການຜ່ານມາຂອງປະທານ Raul Castro ແລະ ໄກກວ່ານັ້ນ ແມ່ນບັນດາໝາກຜົນການປະຕິວັດຈາກສະໄຫມ ການນຳ Fidel Castro ກຳອຳນາດເພື່ອນຳປະເທດນີ້ໃຫ້ພັດທະນາຢ່າງແຮງ.
ກູບາ ໃນວິວັດທະນາການຫັນປ່ຽນການນຳຄັ້ງປະຫວັດສາດ
ໃນສອງວັນ ຄືວັນທີ 18 ແລະ 19 ເມສາ, ສະພາແຫ່ງຊາດ ກູບາ ຊຸດທີ IX ໄດ້ຈັດກອງປະຊຸມຄັ້ງປະຖົມມະເລິກ ເພື່ອປ່ອນບັດບັນດາຕຳແຫນ່ງປະທານ, ຮອງປະທານສະພາແຫ່ງລັດໃຫ້ອາຍຸການ 5 ປີຈະມາເຖິງ. ນີ້ແມ່ນເຫດການໄດ້ຮັບຄວາມສົນໃຈຈາກຫາງສຽງ, ດຶງດູດນັກຂ່າວຢູ່ພາຍໃນປະເທດ ແລະ ສາກົນກວ່າ 100 ຄົນມາເອົາຂ່າວ. ຜູ້ສະໝັກຮັບເລືອກຕັ້ງຫນຶ່ງດຽວໄດ້ຮັບການແນະນຳໃຫ້ຕຳແຫນ່ງປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ນັ້ນແມ່ນ ທ່ານ Miguel Diaz Canel Bermudez ຮອງປະທານປະທານທີຫນຶ່ງສະພາແຫ່ງລັດ ກູບາ. ປະທານ Raul Castro ເຖິງວ່າໄດ້ສິ້ນສຸດອາຍຸການປະທານກູບາແລ້ວ ກໍຕາມ ແຕ່ທ່ານຍັງສືບຕໍ່ຮັບດຳລົງຕຳແຫນ່ງເປັນເລຂາເອກ ພັກກອມມູນິດ ກູບາ ຮອດປີ 2021.
TAG
VOV/VOVworld/​ຮັບ​ດຳ​ລົງ​ຕຳ​ແຫນ່ງ

More