ລັດເຊຍ - ຝ່າຍຕາເວັນຕົກ ໃນສະພາບຄວາມເຄັ່ງຕຶງໃໝ່
28/03/2018 08:17
(VOVWORLD) -ໃນຊຸມວັນທີ່ຜ່ານມາ, ອາເມລິກາ ແລະ ປະເທດຕ່າງໆ, ເປັນຕົ້ນ ແມ່ນບັນດາປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) ໄດ້ຖະແຫຼງປະກາດເນລະເທດນັກການທູດ ລັດເຊຍ ອອກນອກປະເທດ ກ່ວາ 110 ຄົນ.

ການພົວພັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ຕ້ອງປະເຊີນໜ້າກັບສະພາບຄວາມເຄັ່ງຕຶງອີກຄັ້ງໜຶ່ງ ພາຍຫລັງທີ່ບັນດາປະເທດ ເອີຣົບ ແລະ ອາເມລິກາເໜືອ ຫາກໍ່ຕັດສິນເນລະເທດບັນດານັກການທູດ ລັດເຊຍ ອອກນອກປະເທດ. ການກະທຳຄັ້ງຫຼ້າສຸດນີ້ ໄດ້ເຮັດໃຫ້ການຂັດແຍ້ງເລິກເຂົ້າຕື່ມສຳລັບການພົວພັນທີ່ບໍ່ເຄີຍດີງາມລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN) ໃນຊຸມວັນທີ່ຜ່ານມາ, ອາເມລິກາ ແລະ ປະເທດຕ່າງໆ, ເປັນຕົ້ນ ແມ່ນບັນດາປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) ໄດ້ຖະແຫຼງປະກາດເນລະເທດນັກການທູດ ລັດເຊຍ ອອກນອກປະເທດ ກ່ວາ 110 ຄົນ. ຂໍ້ຕົກລົງເນລະເທດຂອງ ອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກ ໄດ້ຍົກອອກມາຍັງບໍ່ດົນ ພາຍຫລັງທີ່ ອັງກິດ ເນລະເທດນັກການທູດ ລັດເຊຍ 23 ຄົນອອກນອກປະເທດ ເພື່ອໂຕ້ຕອບເຫດທີ່ສົງໄສວ່າ ອະດີດພັນເອກນັກສືບຂ່າວ ລັດເຊຍ Sergei Skripal ຖືກວາງຢາເບື່ອທຳລາຍເສັ້ນປະສາດຢູ່ ລອນດອນ ເມື່ອວັນທີ 4 ມີນາ.
TAG
VOV/VOVworld/ລັດເຊຍ/ຝ່າຍຕາເວັນຕົກ/ອັງກິດ/ອາເມລິກາ
Related
More








