VOV WorldVOV World
ລັດເຊຍ - ສ.ປ.ປ. ເກົ່າຫຼີຫຍັບມໍ່ເຂົ້າກັນ : 2 ຝ່າຍຕ່າງກໍມີຜົນປະໂຫຍດ
02/10/2014 09:14
ທ່່ານ Ri Su Yong ລັດຖະມົນຕີ​ການ​ຕ່າງປະ​ເທດຄົນ​ໃໝ່ຂອງ ສ.ປ.ປ. ​ເກົ່າຫຼີພວມ​ທຳ​ການ​ຢ້ຽມຢາມ​ລັດ​ເຊຍ​​ເປັນ​ເວລາ 10 ວັນ.
ລັດເຊຍ - ສ.ປ.ປ. ເກົ່າຫຼີຫຍັບມໍ່ເຂົ້າກັນ : 2 ຝ່າຍຕ່າງກໍມີຜົນປະໂຫຍດ
ທ່່ານ Ri Su Yong ລັດຖະມົນຕີ​ການ​ຕ່າງປະ​ເທດຄົນ​ໃໝ່ຂອງ ສ.ປ.ປ. ​ເກົ່າຫຼີພວມ​ທຳ​ການ​ຢ້ຽມຢາມ​ລັດ​ເຊຍ​​ເປັນ​ເວລາ 10 ວັນ. ການ​ຢ້ຽມຢາມ​ລັດ​ເຊຍ​ເປັນຄັ້ງ​ທຳ​ອິດຂອງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກະຊວງ​ການ​ຕ່າງປະ​ເທດ ສ.ປ.ປ. ​ເກົ່າຫຼີ ພາຍຫຼັງ​ການ​ພົວພັນ​ດ້ານ​ການ​ທູດ​ຖືກ​ຕັດ​ຕອນມາ​ເປັນ​ເວລາ 4 ປີ​ນັ້ນ, ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ນັກ​ສັງ​ເກດ​ການ. ບັນດາ​ການ​ຫັນປ່ຽນ​ສະພາບ​ການ​ດ້ວຍ​ແນວ​ໂນ້ມທີ່​ໄຮ້​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ​ໃນ​ການ​ພົວພັນ​ສາກົນ​ໄລຍະ​ມໍ່ໆ​ມາ​ນີ້ ​, ກໍ​ແມ່ນ​ເຫດຜົນ​ພາ​ໃຫ້ 2 ຝ່າຍ​ຫຍັບ​ມໍ່​ເຂົ້າກັນ. ສະກຸນເງິນຣຸບ ຖືກ 2 ຝ່າຍຊຳລະໃຫ້ແກ່ການສົ່ງອອກ ແລະ ນຳເຂົ້າສິນຄ້າ (ພາບ: vietnamnet)          ຕະຫຼອດ 60 ປີ​ທີ່​ຜ່ານ​ມາ, ນັບ​ຕັ້ງ​ແຕ່​ເມື່ອ​ສັນຍາ​ຢຸດ​ຍິງ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ 2 ພາກ​ເກົາຫຼີ, ການ​ພົວພັນ​ລະຫວ່າງສ.ປ.ປ. ​ເກົ່າຫຼີ ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຍາມ​ໃດ​ກໍ​ຖື​ຄອບ​ງຳ ຍ້ອນ 2 ປັດ​ໄຈ​ຕົ້ນຕໍ, ນັ້ນ​ແມ່ນ​ພູມິ​ປະ​ເທດ, ການ​ເມືອງ ​ແລະ ບັນຫາ​ນິວ​ເຄຼຍ. ​ໃນ​ສາຍ​ພົວພັນ​ນີ້, ບັນດາ​ຜົນ​ປະ​ໂຫຍ​ດ ​ແລະ ບົດບາດ​ຄອບ​ງຳ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ແມ່ນ​ແຕກ​ຕ່າງ​ກັນ​ທີ່​ສຸດ. ອາດ​ຈະ​ແບ່ງ​ເປັນ 2 ຝ່າຍ​​ຄື ຝ່າຍ​ສະໜັບສະໜູນ ຊຶ່ງ​ລວມມີ ລັດ​ເຊຍ, ຈີນ ​ແລະ ຝ່າຍ​ຄັດຄ້ານ​ລວມມີ: ອາ​ເມ​ລິ​ກາ, ຍີ​ປຸ່ນ ​ແລະ ສ.​ເກົາຫຼີ. ​ເພາະສະ​ນັ້ນ, ​ແຕ່​ດົນ​ນານ​ມາ​ແລ້ວ, ບັນຫາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ​, ​ໃນ​ນັ້ນ​ມີ​ບັນຫາ​ສ້າງ​ແຫຼມ​ເກົາຫຼີປອດ​ນິ​ເຄຼຍນັ້ນ, ຍາມ​ໃດ​ກໍ​ຖືກ​ຕົກ​ໃນ​ສະພາບ​“ບໍ່ສາມາດ ປະຕິບັດ​ໄດ້” ​ເພາະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ນີ້ ບໍ່​ສາມາດຊອກ​ຫາວ​ິທີ​ການ​ແກ້​ໄຂ​ສຳລັບ​ຜັນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ​ໄດ້.    ​ໃນ​ສະພາວະ​ທີ່​ການ​ເຈ​ລະ​ຈາ​ນິວ​ເຄຼຍ 6 ຝ່າຍ​ຖືກ​ຕົກ​ຢູ່​ໃນ​ສະພາບ​ບໍ່​ມີ​ທາງ​ອອກ, ປະ​ເທດ​ຈີນ​ພວມ​ຟື້ນ​ຕົວ​ຂຶ້ນ​ດ້ວຍ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ຢ່າງ​ເຫັນ​ໄດ້​ຊັດ​ຢູ່​ພາກ​ພື້ນ​ອາຊີ-ປາຊີ​ຝິກ, ​ແລະ ທັງ​ພຽງ​ຢາງ ​ແລະ ມົດສກູກໍ​ລ້ວນ​ແຕ່​ພວມ​ຮັບ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ຈາກ ອາ​ເມ​ລິກາ ​ແລະ ຝ່າຍ​ຕາ​ເວັນ​ຕົກນັ້ນ, ​ເລື່ອງ​ປັບປຸງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ​ລະຫວ່າງ​ລັດ​ເຊຍ-​ເກົາຫຼີ, ​ເບິ່ງຄື​ວ່າ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ຕ້ອງ​ເປັນ​ໄປ.   
TAG
vov/vovworld/ລັດເຊຍ/ເກົາຫຼີ

More