VOV WorldVOV World
ລັດຖະບານ​ຫວຽດນາມ ສະກັດ​ກັ້ນ​ໂລ​ກລະບາດ​ໂຄ​ວິດ - 19 ​ຢ່າງ​ຂ້ຽວຂາດ ແລະ ມານະ​ພະຍາຍາມ​ກູ້​ເອົາ​ຊີວິດ​ຂອງ​ຜູ້​ຕິດ​ເຊື້ອ
17/08/2020 08:15
(VOVWORLD) -ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະຍອດສູງຂອງໂລກລະບາດໂຄວິດ - 19 ຄັ້ງທີ 2 ເມື່ອຈໍານວນຜູ້ຕິດເຊື້ອ, ຜູ້ເສຍຊີວິດ ແລະ ຈໍານວນທ້ອງຖິ່ນມີຜູ້ຕິດເຊື້ອກໍນັບມື້ນັບເພີ່ມຂຶ້ນ. ລັດຖະບານ ຫວຽດນາມ ໄດ້ສົມທົບກັບຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ບັນດາກະຊວງ, ຂະແໜງການ, ວາງອອກບັນດາມາດຕະການ ແລະ ຄໍາຮຽກຮ້ອງດີທີ່ສຸດ ເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໄດ້ຢ່າງທັນການ. ພ້ອມກັນນັ້ນ, ລະດົມ ແລະ ນໍາໃຊ້ທຸກແຫຼ່ງກໍາລັງ, ວັດຖຸ, ພາຫະນະ, ອຸປະກອນຢ່າງມີປະສິດທິຜົນ ເພື່ອປ້ອງກັນ ແລະສະກັດກັ້ນໂລກລະບາດໄດ້ເປັນຢ່າງດີທີ່ສຸດ, ໂດຍສະເພາະແມ່ນບັນດາສະຖານທີ່ເປັນຈຸດໃຈກາງຂອງໂລກລະບາດຄື ດ່າໜັງ ແລະ ຖັດມາແມ່ນແຂວງກວ໋າງນາມ.
ລັດຖະບານ​ຫວຽດນາມ ສະກັດ​ກັ້ນ​ໂລ​ກລະບາດ​ໂຄ​ວິດ - 19 ​ຢ່າງ​ຂ້ຽວຂາດ ແລະ ມານະ​ພະຍາຍາມ​ກູ້​ເອົາ​ຊີວິດ​ຂອງ​ຜູ້​ຕິດ​ເຊື້ອ
        ໂລກລະບາດໂຄວິດ - 19 ເຄີຍໄດ້ຮັບການກ່າວເຕືອນວ່າ ແມ່ນອັນຕະລາຍຫຼາຍສໍາລັບຜູ້ຄົນທີ່ມີພະຍາດປະຈໍາຕົວ. ດັ່ງນັ້ນ, ນັບແຕ່ທ້າຍເດືອນກໍລະກົດ 2020, ພາຍຫຼັງພົບກໍລະນີຕິດເຊື້ອພະຍາດເປັນຈໍານວນຫຼາຍຢູ່ໂຮງໝໍ 3 ແຫ່ງຢູ່ດ່າໜັງ, ລັດຖະບານຫວຽດນາມ ແລະ ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ກໍ່ໄດ້ສ້າງ ແລະ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດທີ່ສຸດ.
TAG
VOV/VOVworld/ນະຄອນດ່າໜັງ/ໂລກລະບາດ/ກະຊວງສາທາລະນະສຸກ/ຂ້ຽວຂາດ

More