ລັດຖະບານຮ່ວມແຮງຮ່ວມໃຈສຳເລັດຈຸດໝາຍປີ 2013
30/09/2013 09:07
(vovworld)-ບັນດາຂໍ້ສະເຫນີໃນກອງປະຊຸມປະຈຳເດືອນ 9 ຂອງລັດຖະບານແມ່ນມຸ່ງໄປເຖິງຈຸດໝາຍຊ່ວຍພື້ນຖານເສດຖະກິດຫວຽດນາມ ຟື້ນຟູຢ່າງວ່ອງໄວ ແລະ ໝັ້ນຄົງກວ່າ
(vovworld)-ມີຫລາຍມາດຕະການກ່ຽວກັບການປະຕິບັດກົນໄກລາຄາໃນທ້ອງຕະຫລາດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຕະຫລາດອະສັງຫາລິມະຊັບກໍຄືຮັບປະກັນການດຸນດຽງລະຫວ່າງລາຍຮັບ ລາຍຈ່າຍງົບປະມານ ໂດຍແມ່ນບັນດາສະມາຊິກຄະນະລັດຖະບານສະເຫນີໃນກອງປະຊຸມປະຈຳເດືອນ 9 ຂອງລັດຖະບານໃນວັນທີ 29/9. ບັນດາຂໍ້ສະເຫນີດັ່ງກ່າວແມ່ນມຸ່ງໄປເຖິງຈຸດໝາຍຊ່ວຍພື້ນຖານເສດຖະກິດຫວຽດນາມ ຟື້ນຟູຢ່າງວ່ອງໄວ ແລະ ໝັ້ນຄົງກວ່າ ໃນສະພາບຍັງມີເວລາພຽງ 3 ເດືອນ ອີກກໍຈະໝົດປີ 2013.
TAG
vovworld/vov/ກອງປະຊຸມປະຈຳ/ລັດຖະບານ/ເສດຖະກິດ
Related








