ລັດຖະທຳມະນູນຫວຽດນາມຕາງຫນ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນຫວຽດນາມ
01/11/2013 08:56
(vovworld)- ບັນຫາສຳຄັນຍິ່ງຂອງປະເທດຊາດຈະຖືກຕັດສິນທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13

(vovworld)- ບັນຫາສຳຄັນຍິ່ງຂອງປະເທດຊາດຈະຖືກຕັດສິນທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13 ພວມດຳເນີນໄປຢູ່ ຮ່າໂນ້ຍ ນັ້ນແມ່ນຮັບຮອງເອົາຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ເພື່ອຕອບສະຫນອງຄວາມຮຽກຮ້ອງການປ່ຽນແປງໃຫມ່ຂອງປະເທດຊາດ ຕາມຄວາມມຸ່ງມາດປາດຖະຫນາຂອງທົ່ວປວງຊົນ. ແຕ່ພັດປະກົດມີບັນດາຄຳຮຽກຮ້ອງ, ບົດຖະແຫລງ, ຂໍ້ສະເຫນີຂອງກຸ່ມຄົນຈຳນວນຫນຶ່ງ ທີ່ສະເຫນີໃຫ້ສະພາແຫ່ງຊາດຢຸດຕິຊົ່ວຄາວການຮັບຮອງເອົາຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ນອກນັ້ນ ຍັງມີບຸກຄົນຈຳນວນຫນຶ່ງບໍ່ມີເຈດຕະນາດີກັບຫວຽດນາມກໍຄືອົງການສາກົນຈຳນວນຫນຶ່ງທີ່ອ້າງຊື່ສິດທິມະນຸດກໍຍົກອອກບັນດາຄຳຮຽກຮ້ອງທີ່ໄຮ້ເຫດຜົນກ່ຽວກັບບັນຫາສິດທິມະນຸດຂອງຫວຽດນາມ.
TAG
vovworld/vov/ລັດຖະທຳມະນູນ/ຄວາມມຸ່ງມາດປາດຖະຫນາ
Related








