ລົງຄະແນນສຽງໄວ້ວາງໃຈ- ການປ່ຽນໃຫມ່ການເຄື່ອນໄຫວຂອງສະພາປະຊາຊົນທ້ອງຖິ່ນ
05/07/2013 08:41
(vovworld)- ໃນສັບປະດາທຳອິດຂອງເດືອນ 7, ສະພາປະຊາຊົນທຸກຂັ້ນ, ອົງການອຳນາດແຫ່ງລັດຢູ່ທ້ອງຖິ່ນເລີ່ມຕົ້ນການຜັນຂະຫຍາຍວຽກງານລົງຄະແນນສຽງໄວ້ວາງໃຈ

(vovworld)- ພາຍຫລັງເກືອບ 1 ເດືອນ ທີ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ດຳເນີນການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແຫນ່ງ ໂດຍສະພາແຫ່ງຊາດເລືອກຕັ້ງຫລືໃຫ້ສັດຕະຍາບັນ, ໃນສັບປະດາທຳອິດຂອງເດືອນ 7, ສະພາປະຊາຊົນທຸກຂັ້ນ, ອົງການອຳນາດແຫ່ງລັດຢູ່ທ້ອງຖິ່ນເລີ່ມຕົ້ນການຜັນຂະຫຍາຍວຽກງານສຳຄັນດັ່ງກ່າວ. ນີ້ແມ່ນການປ່ຽນໃຫມ່ການເຄື່ອນໄຫວຂອງສະພາປະຊາຊົນຢູ່ທ້ອງຖິ່ນ, ຫັນສິດຕິດຕາມກວດກາສຳລັບບັນດາຕຳແຫນ່ງໂດຍສະພາປະຊາຊົນເລືອກຕັ້ງເປັນລະອຽດ.
TAG
ໄວ້ວາງໃຈ
Related








