ມະຕິຂອງ ສປຊ ເປີດເສັ່ນທາງປະຫວັດສາດ ໃຫ້ແກ່ເຂດກາຊາ
19/11/2025 09:03
(VOVWORLD) - ໃນວັນທີ 17 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິກ່ຽວກັບການສ້າງຕັ້ງກຳລັງສາກົນຢູ່ເຂດກາຊາ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວປະຫວັດສາດ ເພື່ອແນໃສ່ຟື້ນຟູຄວາມເປັນລະບຽບຮຽບຮ້ອຍ, ປົກປ້ອງສາມັນຊົນ, ເປີດເສັ້ນທາງໃໝ່ໃຫ້ແກ່ການຊ່ວຍເຫຼືອ ແລະ ສ້າງສາດ້ວຍຂອບຂະໜາດໃຫຍ່ຄືນໃໝ່ຢູ່ເຂດດິນແດນແຫ່ງນີ້ພາຍຫຼັງ 2 ປີຖືກທຳລາຍຍ້ອນການປະທະກັນ.

ມະຕິກ່ຽວກັບການສ້າງກຳລັງສາກົນຢູ່ເຂດກາຊາໂດຍ ອາເມລິກາ ປົກປ້ອງໄດ້ຮັບການສະໜັບສະໜູນຂອງ 13/15 ສະມາຊິກ ສະພາຄວາມໝັ້ນຄົງ ສປຊ. ໃນນັ້ນສອງປະເທດກຳມະການຖາວອນຂອງສະພາຄວາມໝັ້ນຄົງ ສປຊແມ່ນ ລັດເຊຍ ແລະ ຈີນ ໄດ້ປ່ອນບັດຂາວ.
TAG
VOV/VOVworld/ເຂດກາຊາ/ອາເມລິກາ/ສະພາຄວາມໝັ້ນຄົງ ສປຊ
Related
More








