ມະຕິສະບັບເລກທີ 79 – NQ/TW: ປ່ຽນແປງໃໝ່ລັດວິສາຫະກິດຢ່າງແຮງ
12/01/2026 08:30
(VOVWORLD) - ວັນທີ 06 ມັງກອນ 2026, ກົມການເມືອງໄດ້ປະກາດໃຊ້ມະຕິສະບັບເລກທີ 79 – NQ/TW ກ່ຽວກັບການພັດທະນາລັດວິສາຫະກິດ, ໃນນັ້ນ ຢັ້ງຢືນວ່າ ລັດວິສາຫະກິດແມ່ນກຳລັງໜູນສຳຄັນຂອງເສດຖະກິດແຫ່ງລັດ, ສວມບົດບາດແກ່ນສານ, ນຳພາ ແລະ ດັດສົມໃນບັນດາຂົງເຂດຫຼັກແຫຼ່ງ. ເພື່ອສວມບົດບາດນຳໜ້າໃນການສ້າງສາພັດທະນາ, ນຳພາ, ເປີດທາງ, ມະຕິກໍໄດ້ເນັ້ນໜັກເປັນພິເສດເຖິງຄຳຮຽກຮ້ອງລັດວິສາຫະກິດຕ້ອງປ່ຽນແປງໃໝ່ຢ່າງແຮງ, ຖືວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນເປັນກຳລັງໜູນຕົ້ນຕໍ່, ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ.

ວິທີການສຳຜັດຂອງມະຕິສະບັບເລກທີ 79 – NQ/TW (ມະຕິສະບັບເລກທີ 79) ແມ່ນວິທີສຳຜັດປ່ຽນແປງໃໝ່ຢ່າງຮອບດ້ານ. ຈິນຕະນາການຄຸ້ມຄອງລັດວິສາຫະກິດໄດ້ມີການຫັນປ່ຽນຢ່າງແຮງຈາກເປົ້າໝາຍຮັກສາຂອບຂະໜາດໄປສູ່ເປົ້າໝາຍສ້າງມູນຄ່າເພີ່ມສູງກວ່າໃຫ້ແກ່ພື້ນຖານເສດຖະກິດ.
TAG
VOV/VOVworld/ມະຕິສະບັບເລກທີ 79/ລັດວິສາຫະກິດ
Related








