ມານະພະຍາຍາມໜູນຊ່ວຍຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ
06/08/2014 10:39
ສົງຄາມເຄມີໂດຍ ກອງທັບອາເມລິກາດຳເນີນ ຢູ່ຫວຽດນາມໄດ້ເກີດຂຶ້ນ ຢູ່ຫວຽດນາມກ່ອນນີ້ກວ່າ 50 ປີ, ແຕ່ຜົນຮ້າຍຢ່ອນຫຼັງຂອງມັນ ທີ່ມີຕໍ່ສຸຂະພາບມະນຸດ ຍັງຄົງໜັກໜ່ວງຢູ່

ສົງຄາມເຄມີໂດຍກອງທັບອາເມລິກາດຳເນີນຢູ່ຫວຽດນາມໄດ້ເກີດຂຶ້ນຢູ່ຫວຽດ ນາມກ່ອນນີ້ກວ່າ 50 ປີ, ແຕ່ຜົນຮ້າຍຢ່ອນຫຼັງຂອງມັນທີ່ມີຕໍ່ສຸຂະພາບມະນຸດ ຍັງຄົງໜັກໜ່ວງຢູ່. ຕໍ່ໜ້າສະພາບຕົວຈິງນີ້, ລັດຖະບານຫວຽດນາມພ້ອມກັບ ບັນດາອົງການຈັດຕັ້ງສັງຄົມພວມມານະພະຍາຍາມ ໜູນຊ່ວຍຊ າວຫວຽດນາມຜູ້ປະສົບເຄາະຮ້າຍຈາດທາດພິດສີສົ້ມ/ດີໂອຊິນຜ່ານຜ່າຄວາມຫຍຸ້ງຍາກ ໃນການ ດຳລົງຊີວິດ. ຫ້ອງຮຽນສຳລັບພວກເດັກຖືກປະສົບເຄາະຮ້າຍຈາດທາດພິດສີສົ້ມ/ດີໂອຊິນທີ່ຕາແສງກາມເງັຍ, ເມືອງກາມໂລ້ ແຂວງກວາງຈິ ໃນສົງຄາມຮຸກຮານຫວຽດນາມທີ່ບໍ່ເປັນທຳນັ້ນ, ໄລ່ສະເພາະໄລຍະ 10 ປີ (1961-1971), ກອງທັບ ອາເມລິກາໄດ້ຫວ່ານທາດພິດເຄມີ 80 ລ້ານລິດລົງໃສ່ ¼ ເນື້ອທີ່ທົ່ວພາກໃຕ້ຫວຽດນາມ, ໃນນັ້ນ 61% ແມ່ນທາດພິດສີສົ້ມບັນຈຸດີໂອຊິນ 366 ກິໂລຣາມ. ທາດພິດສີສົ້ມ/ດີໂອຊິນໄດ້ເຮັດໃຫ້ຊາວ ຫວຽດນາມ 4,8 ລ້ານຄົນຖືກຕິດທາດນີ້, ໃນນັ້ນ ກວ່າ 3 ລ້ານຄົນແມ່ນຜູ້ປະສົບເຄາະຮ້າຍ, ໃນນັ້ນມີເດັກນ້ອຍ ຫຼາຍຄົນຊຶ່ງແມ່ນລຸ່ນຄົນທີ 2, ທີ 3. ມີຜູ້ປະສົບເຄາະຮ້າຍ ນັບແສນຄົນໄດ້ເສຍຊີວິດແບບທໍລະມານ ແລະ ນັບແສນຄົນອື່ນພວມປະເຊີນໜ້າກັບພະຍາດຮຸນແຮງໃນແຕ່ລະວັນ ແຕ່ລະຊົ່ວໂມງ. ມີແມ່ຍິງຫຼາຍຄົນບໍ່ໄດ້ຮັບຄວາມສຸກເປັນແມ່, ເປັນເມຍ. ເດັກນ້ອຍຫຼາຍຄົນຖືກພິການມາແຕ່ເກີດ.
TAG
vov/vovworld/ທາດພິດສີສົ້ມ/ທາດພິດເຄມີ
Related








