VOV WorldVOV World
ມານະພະຍາຍາມປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດປີ 2014
02/07/2014 11:21
ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ປະຈຳ​ເດືອນ 6 ຂອງ​ລັດຖະບານ​ຫວຽດນາມ​ ຊຶ່ງ​ຫາ​ກໍ​ອັດ​ລົງ​ເມື່ອ​ຕອນ​ບ່າຍ​ວັນ​ທີ 1/7, ທ່ານ​ນາຍ​ົກລັດຖະມົນຕີ​ ຫວຽດນາມ​ຫງວຽນ​ເຕີ້​ນຢຸງ​ໄ ດ້​ຢືນຢັນ​ຄືນ​ຄວາມ​ຕັດສິນ​ໃຈ ຂອງ​ລັດຖະບານ
ມານະພະຍາຍາມປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດປີ 2014
ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ປະຈຳ​ເດືອນ 6 ຂອງ​ລັດຖະບານ​ຫວຽດນາມ​ຊຶ່ງ​ຫາ​ກໍ​ອັດ​ລົງ​ເມື່ອ​ຕອນ​ບ່າຍ​ວັນ​ທີ 1/7, ທ່ານ​ນາຍ​ົກລັດຖະມົນຕີ​ຫວຽດນາມ​ຫງວຽນ​ເຕີ້​ນຢຸງ​ໄດ້​ຢືນຢັນ​ຄືນ​ຄວາມ​ຕັດສິນ​ໃຈຂອງ​ລັດຖະບານ​ຫວຽດນາມ​ໃນ​ການ​ປະຕິບັດ​ບັນດາ​ຕົວ​ເລກ​ຄາດໝາຍ​ກ່ຽວ​ກັບ​ເສດຖະກິດ​ປີ 2014. ຕາມ​ນັ້ນ​ແລ້ວ, ​ລັດຖະບານ​ຫວຽດນາມມານະ​ພະຍາຍາມ, ສຸມ​ກຳ​ລັງ​ຢ່າງ​ສູງ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ຂົງ​ເຂດ​ຕ່າງໆ, ສູ້​ຊົນ​ບັນລຸ​ຄາດໝາຍ​ການ​ເຕີບ​ໂຕ GDP ​ໃນ​ທ້າ​ຍປີ​ແມ່ນ​ປະມານ 5,8%. (ພາບປະກອບ)    6 ​ເດື່ອ​ນຕົ້ນ​ປີ, ຫວຽດນາມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄວາມ​ຫຍຸ້ງ​ຍາກ​ລວມຂອງ​ສະຖານະ​ການ​ໂລກ, ​ແລະ ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂ​ດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ດັ່ງ​ນັ້ນ, ຫວຽດນາມ​ທັງ​ຕ້ອງ​ຮັບ​ມື​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ທີ່​ມີ​ຢູ່​ແລ້ວ​ຂອງ​ພື້ນຖານ​ເສດຖະກິດ​ພາຍ​ໃນ​ປະ​ເທດ,  ທັງຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຜົນ​ກະທົບ​ຈາກ ສະຖານະ​ການ​ໂລກ.  
TAG
vov/vovworld/ຄາດໝາຍ/ພັດທະນາ/ເສດຖະກິດ