ນ້ຳໃຈມິດຕະພາບ ຫວຽດນາມ - ລາວ ສືບຕໍ່ໝັ້ນຄົງ
19/12/2017 06:38
(VOVWORLD) - ຫວຽດນາມ ແລະ ລາວ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູຫລວງ, ແມ່ນ້ຳລຳເຊຕິດຈອດກັນ, ການພົວພັນສະໜິດຕິດພັນແບບພິເສດລະຫວ່າງ 2 ຊາດ ໄດ້ຮັບການສ້າງຕັ້ງ ແລະ ປັບປຸງພ້ອມກັນໃນປະຫວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ວັນທີ 19 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ບຸນຍັງ ວໍລະຈິດ ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເວລາ 3 ວັນ. ນີ້ແມ່ນການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການຄັ້ງທີ 2 ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ນັບແຕ່ຕົ້ນອາຍຸການປີ 2016 – 2021, ເພື່ອແນໃສ່ສືບຕໍ່ຢືນຢັນແນວທາງພົວພັນຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ລາວ ແມ່ນຖືເປັນສຳຄັນພິເສດການຮັກສາ ແລະ ຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ການຢ້ຽມຢາມກໍ່ແນໃສ່ສະຫລຸບປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017, ສ້າງຂີດໝາຍໄລຍະແຫ່ງການຮ່ວມມືໃໝ່ໃນການພົວພັນ 2 ປະເທດ.
TAG
VOV/VOVworld/ນ້ຳໃຈມິດຕະພາບ ຫວຽດນາມ - ລາວ
Related
More







