ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ
04/02/2025 08:56
(VOVWORLD) - ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

ເລື່ອງອຳນາດການປົກຄອງໃໝ່ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍູ້ແຮງບັນດາການກະທຳຈັດວາງພາສີສຳລັບບັນດາຄູ່ຄ້າໃຫຍ່ຂອງ ອາເມລິກາ ພວມສ້າງຄວາມວິຕົກກັງວົນໃນທົ່ວໂລກກ່ຽວກັບກະແສປະທະກັນດ້ານການຄ້າທີ່ມີຂອບຂະໜາດໃຫຍ່. ວັນທີ 01 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ແຈ້ງກ່ຽວກັບການຈັດວາງພາສີ 25% ສຳລັບສິນຄ້າຂອງ ການາດາ ແລະ ເມັກຊີໂກ ເກືອບທັງໝົດ ແລະ 10% ສຳລັບສິນຄ້າຂອງ ຈີນ ທີ່ນຳເຂົ້າ ອາເມລິກາ, ດ້ວຍເຫດຜົນສະກັດກັ້ນກະແສຜູ້ເຂົ້າເມືອງຢ່າງຜິດກົດໝາຍ ແລະ ການຄ້າຂາຍສານເສບຕິດ fentanyl ເຂົ້າປະເທດນີ້. ຮອດວັນທີ 03 ກຸມພາ, ອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າ ໄດ້ໂຈະການຈັດວາງພາສີດັ່ງກ່າວໃນເວລາ 1 ເດືອນ, ພາຍຫຼັງບັນລຸໄດ້ບັນດາຂໍ້ຕົກລົງດ້ານຄວາມໝັ້ນຄົງຢູ່ເຂດຊາຍແດນຕິດກັບ ການາດາ ແລະ ເມັກຊີໂກ.
TAG
VOV/VOVworld/ພາສີອາກອນ/ກວດສອບ/ບັນຊີ/ການກະທຳ
Related
More








