ງານມະຫາກຳກິລາລະດູຫນາວ PyeongChang ແລະ ກາລະໂອກາດປັບປຸງການພົວພັນລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີ
08/02/2018 09:50
(VOVWORLD) -ວັນທີ 9 ກຸມພາ, ງານມະຫາກຳກິລາລະດູຫນາວ Pyeong Chang 2018 ໄດ້ຖືກໄຂຂຶ້ນຢ່າງເປັນທາງການຢູ່ ສເກົາຫລີ. ໂດຍດຳເນີນໄປໃນເວລາ 17 ວັນ, ງານມະຫາກຳກິລາລະດູຫນາວ Pyeong Chang 2018 ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ບັນດານັກກິລາສະແດງໃຫ້ເຫັນຄວາມເກັ່ງກ້າສາມາດພິຊິດບັນດາສິ່ງທົດສອບຂອງກິລາເທົ່ານັ້ນ ຫາກຍັງເປັນຂົວຕໍ່ຊອກຫາສັນຕິພາບ, ແກ້ໄຂຄວາມຂັດແຍ້ງກັນອີກດ້ວຍ. ເລື່ອງ ສປປ ເກົາຫລີ ສົ່ງຄະນະນັກກິລາໄປເຂົ້າຮ່ວມງານມະຫາກຳກິລາລະດູຫນາວ Pyeong Chang 2018 , ໃນນັ້ນ ມີບັນດາເຈົ້າຫນ້າທີ່ຂັ້ນສູງ ມີຄວາມຫວັງຈະນຳມາເຊິ່ງສັນຍານຕັ້ງຫນ້າໃນການປັບປຸງການພົວພັນລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ.

ວັນທີ 17 ມັງກອນຜ່ານມາ, ສເກົາຫລີ ແລະ ສປປ ເກົາຫລີ ໄດ້ເຫັນດີກ່ຽວກັບເລື່ອງ ສປປ ເກົາຫລີ ເຂົ້າຮ່ວມ ງານມະຫາກຳກິລາລະດູຫນາວ Pyeong Chang 2018. ສເກົາຫລີ ແລະ ສປປ ເກົາຫລີ ຈະພ້ອມກັນເດີນຂະບວນ ແລະ ສ້າງຕັ້ງທິມຮອັກກີນ້ຳແຂງຍິງຮ່ວມ. ນີ້ແມ່ນຄັ້ງທີ 2, 2 ຄະນະໄດ້ພ້ອມກັນເດີນຂະບວນຄືດັ່ງກ່າວຢູ່ບັນດາງານມະຫາກຳກິລາ. ກ່ອນນີ້ ສປປ ເກົາຫລີ ແລະ ສເກົາຫລີ ໄດ້ສ້າງຕັ້ງບັນດາທິມແຂ່ງຂັນຮ່ວມຢູ່ບັນດາການແຂ່ງຂັນປິ່ງປອ່ງ ແລະ ບານເຕະຫນຸ່ມໃນການແຂ່ງຂັນຊິງແຊມໂລກແຕ່ຍັງບໍ່ທັນມີ ທິມກິລາຮ່ວມບໍ່ວ່າໃນງານມະຫາກຳກິລາໃດ. ປະຈຸບັນ ສເກົາຫລີ ແລະ ສປປ ເກົາຫລີ ຍັງຄົງຢູ່ໃນສະພາບສົງຄາມ ຍ້ອນສົງຄາມເກົາຫລີ (1950-1953) ພຽງຢຸດຕິດ້ວຍຄຳສັ່ງຢຸດຮົບ ຫາກບໍ່ແມ່ນສັນຍາສັນຕິພາບ.
TAG
VOV/VOVworld/ສິດອຳນາດສູງ
Related
More








