VOV WorldVOV World
ຍັງຄົງແມ່ນຄວາມໄຝ່ຝັນຢູ່
04/10/2016 05:54
ວັນ​ທີ 2/10, ຜູ້​ມີ​ສິດ​ເລືອກ​ຕັ້ງ ​Colombia ​ເຂົ້າ​ຮ່ວມ​ການ​ລົງ​ປະຊາ​ມະຕິ ກ່ຽວ​ກັບ​ຂໍ້​ຕົກລົງ​ສັນຕິພາບ ​ເພື່ອ​ເປີດ​ເສັ້ນທາງ​ໃຫ້​ແກ່​ການ​ຢຸດຕິ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດທີ່ ​ແກ່ຍາວ​ຢູ່​ປະ​ເທດ​ນີ້ມາ​ເປັນ​ເວລາ 52 ປີ. ຕາມ​ ທ່ານ Juan Manuel Santos, ປະທານາທິບໍດີ​ Colombia ​ແລ້ວ, ​ເລື່ອງ​ລົງ​ປະຊາ​ມະຕິ ​ເພື່ອ​ແນ​ໃສ່​ຮັບປະກັນ​ລັກສະນະ​ນິຕິ​ກຳ​ຂອງ​ຂໍ້​ຕົກລົງ​ນີ້. ສິ່ງ​ດັ່ງກ່າວ​ກໍ່​ມີ​ຄວາມ​ໝາຍ​ດຽວ​ກັບ​ເລື່ອງ​ Colombia ຈະ​ມີ​ພື້ນຖານ​ສັນຕິພາບ​ຢ່າງ​ຍາວ​ນານ.
ຍັງຄົງແມ່ນຄວາມໄຝ່ຝັນຢູ່
(vovworld) - ໝາກຜົນ​ແຫ່ງ​ການ​ລົງ​ປະຊາ​ມະຕິ ກ່ຽວ​ກັບ​ຂໍ້​ຕົກລົງ​ສັນຕິພາບ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ​ເຊິ່ງຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ລັດຖະບານ ​ແລະ ກຳລັງ​ປະກອບ​ອາວຸດ​ປະຕິວັດ ​Colombia (FARC) ​ເມື່ອ​ວັນ​ທີ 26/9 ນັ້ນ, ​ໄດ້​ສ້າງ​ຄວາມ​ຕົກຊະ​ເງີ້​ໃຫ້​ບັນດາ​ຜູ້​ຮັກຫອມ​ສັນຕິພາບ​ອັນຍາວ​ນານ​ຢູ່​ປະ​ເທດ ອາ​​ເມລິ​ກາ​ໃຕ້​ ນີ້, ​ເມື່ອ​ມີກວ່າ 50% ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມຄັດຄ້ານ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ສະຖານະ​ການ​ດັ່ງກ່າວ ​ໄດ້​ປະກົດ​ມີ​ບັນດາສັນຍານ​ທີ່​ຕັ້ງໜ້າ​ຈາກ​ຝ່າຍ​ຕ່າງໆ ​ເພື່ອ​ແນ​ໃສ່​ຮັກສາ​ວິວັດ​ທະນາການ​ສັນຕິພາບ​ຢູ່​ Colombia ​ໄວ້.
TAG
vovworld