ຍົກເລີກການນຳເຂົ້າພະລັງງານຈາກ ລັດເຊຍ: ຄວາມມັກໃຫຍ່ໄຝ່ສູງທີ່ເຕັມໄປດ້ວຍສິ່ງທ້າທາຍຂອງ EU
19/12/2025 07:38
(VOVWORLD) - ວັນທີ 17 ທັນວາ, ລັດຖະສະພາ ເອີຣົບ ໄດ້ຮັບຮອງເອົາແຜນການຂອງຄະນະກຳມະການ ເອີຣົບ ກ່ຽວກັບການຍົກເລີກການນຳເຂົ້າອາຍແກັດຂອງ ລັດເຊຍ ຢ່າງສິ້ນເຊີງໃນທ້າຍປີ 2027. ນີ້ໄດ້ຮັບຖືວ່າແມ່ນຄວາມມັກໃຫຍ່ໄຝ່ສູງທີ່ເຕັມໄປດ້ວຍສິ່ງທ້າທາຍຂອງກຸ່ມນີ້ໃນຍຸດທະສາດຍາວນານກ່ຽວກັບການຕັດແຍກທາງດ້ານພະລັງງານກັບ ລັດເຊຍ ຢ່າງສິ້ນເຊີງ.

ລັດຖະສະພາ ເອີຣົບ (EP) ໄດ້ປ່ອນບັດຮັບຮອງເອົາແຜນການດັ່ງກ່າວ ດ້ວຍຈຳນວນບັດສະໜັບສະໜູນ 500 ບັດ, ບັດຄ້ານ 120 ບັດ ແລະ ບັດຂາວ 32 ບັດ.
TAG
VOV/VOVworld/ພະລັງງານຂອງ ລັດເຊຍ/ສະຫະພາບເອີຣົບ/ຍົກເລີກການນຳເຂົ້າອາຍແກັດຂອງ ລັດເຊຍ
Related








