ຍົກສູງປະສິດທິຜົນການເຄື່ອນໄຫວຊັກຖາມຢູ່ສະພາແຫ່ງຊາດ
04/06/2018 11:14
(VOVWORLD) -ຊັກຖາມ ແລະ ຕອບຄຳຊັກຖາມຢູ່ບັນດາກອງປະຊຸມສະພາແຫ່ງຊາດ ແມ່ນໜຶ່ງໃນບັນດາຮູບແບບຕິດຕາມພື້ນຖານ, ທົ່ວໄປ ແລະ ສຳຄັນຂອງສະພາແຫ່ງຊາດ. ຜ່ານກອງປະຊຸມແຕ່ລະຄັ້ງ, ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຍາມໃດກໍ່ມີການປ່ຽນແປງ, ເພື່ອແນໃສ່ຍົກສູງຄຸນນະພາບການຕິດຕາມກວດກາຂອງສະພາແຫ່ງຊາດ. ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ສະພາແຫ່ງຊາດໄດ້ສະຫງວນເວລາ 3 ມື້ໃຫ້ແກ່ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ. ນີ້ແມ່ນການເຄື່ອນໄຫວດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນຢູ່ກອງປະຊຸມແຕ່ລະຄັ້ງ.

(ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14)
TAG
VOV/VOVworld/ຕີລາຄາສູງ
Related
More








