VOV WorldVOV World
ຍຸດທະສາດປ້ອງກັນຊາດໃໝ່ຂອງ ອາເມລິກາ: ຫັນປ່ຽນຈຸດສຸມເພື່ອຄວາມເປັນລະບຽບຮຽບຮ້ອຍໃໝ່
27/01/2026 08:42
(VOVWORLD) - ຍຸດທະສາດປ້ອງກັນຊາດແຫ່ງຊາດ ອາເມລິກາ 2026 ໄດ້ເນັ້ນໜັກເຖິງການຄວບຄຸມຊາຍແດນ, ປາບປາມການເຂົ້າເມືອງຢ່າງຜິດກົດໝາຍ ແລະ ອາດຊະຍາກຳຢາເສບຕິດ ແມ່ນບັນດາໜ້າທີ່ປ້ອງກັນຄວາມສະຫົງບຢ່າງຮີບດ່ວນ.
ຍຸດທະສາດປ້ອງກັນຊາດໃໝ່ຂອງ ອາເມລິກາ: ຫັນປ່ຽນຈຸດສຸມເພື່ອຄວາມເປັນລະບຽບຮຽບຮ້ອຍໃໝ່
        ວັນ ທີ 24 ມັງ ກອນ , ທຳ ນຽບ 5 ແຈໄດ້ ປະ ກາດຍຸດ ທະ ສາດ ປ້ອງ ກັນ ຊາດ ແຫ່ງ ຊາດ 2026. ນີ້ ແມ່ນ ເອ ກະ ສານ ຍຸດ ທະ ສາດ ສະ ບັບ ທີ 2 ເຊິ່ງອົງ ການ ປົກ ຄອງ ຂອງ ທ່ານ Donald Trump, ປະ ທາ ນາ ທິ ບໍ ດີ ອາ ເມ ລິ ກາ ຍົກ ອອກ ມາ ໃນ ໄລຍະ ບໍ່ ຮອດ 2 ເດືອນ , ສ່ອງ ແສງ ໃຫ້ ເ ຫັນ ການ ດັດ ປັບ ຢ່າງ ເລິກ ເຊິ່ງ ໃນ ຈິນ ຕະ ນາ ການ ປ້ອງກັນ ຄວາມ ສະຫງົບ ຂອງ ອາ ເມ ລິ ກາ , ດ້ວຍ ຈຸດ ສຸມ ແມ່ນ ເພື່ອ ຜົນ ປະ ໂຫຍດ ຂອງ ອາ ເມ ລິ ກາ ເອງ , ພິ ເສດ ແມ່ນ ຢູ່ຊິກ ໂລກ ຕາ ເວັນ ຕົກ , ແລະ ການສ້າງ ຄວາມ ເປັນ ລະ ບຽບ ຮຽບຮ້ອຍ ໃໝ່ ເທື່ອລະກ້າວ ຂອງ ໂລກ .         ຍຸດທະສາດປ້ອງກັນຊາດແຫ່ງຊາດ ອາເມລິກາ 2026 ແມ່ນຍຸດທະສາດປ້ອງກັນຊາດສະບັບທຳອິດເຊິ່ງ ອາເມລິກາ ອັບເດັດນັບແຕ່ປີ 2022. ນີ້ກໍ່ແມ່ນເອກະສານທີ່ຂີດໝາຍເລື່ອງອຳນາດການປົກຄອງຂອງທ່ານ Donald Trump ນຳໃຊ້ຊື່ທີ່ວ່າ “ກະຊວງສົງຄາມ” ແທນໃຫ້ກະຊວງປ້ອງກັນປະເທດ ຢ່າງເປັນທາງການ, ແມ່ນບາດລ້ຽວດ້ານຈິນຕະນາການປ້ອງກັນຄວາມສະຫງົບຂອງ ອາເມລິກາ ໃນໄລຍະປະຈຸບັນ.
TAG
VOV/VOVworld/ສຳ​ພັນ​ທະ​ມິດ/​ແບກ​ຫາບ/ໜັກ​ໜ່ວງ​/​ໃຊ້​ຈ່າຍ