VOV WorldVOV World
ຍູ້ການເຄື່ອນໄຫວຂອງລັດອິດສະລາມ IS ໃຫ້ຖອຍໄປ : ສິ່ງທ້າທາຍບໍ່ແມ່ນໜ້ອຍ
28/08/2014 14:02
ໃນ​ໄລຍະເວລາອັນສັ້ນໆເທົ່ານັ້ນ, ລັດອິດສະລາມໂດຍຂະໜານນາມເອງ (IS), ຊຶ່ງ​ແມ່ນ​ອົງການ​ຫົວ​ຮຸນ​ແຮງ ​ໄດ້​ກໍ່​ການ​ຈະລາ​ຈົນຢູ່​ຫຼາຍ​ເຂດ​ທີ່​ກ້ວາງ​ໃຫຍ່​ໃນ​ປະ​ເທດ​ອີຣັກ
ຍູ້ການເຄື່ອນໄຫວຂອງລັດອິດສະລາມ IS ໃຫ້ຖອຍໄປ : ສິ່ງທ້າທາຍບໍ່ແມ່ນໜ້ອຍ
ໃນ​ໄລຍະເວລາອັນສັ້ນໆເທົ່ານັ້ນ, ລັດອິດສະລາມໂດຍຂະໜານນາມເອງ (IS), ຊຶ່ງ​ແມ່ນ​ອົງການ​ຫົວ​ຮຸນ​ແຮງ ​ໄດ້​ກໍ່​ການ​ຈະລາ​ຈົນຢູ່​ຫຼາຍ​ເຂດ​ທີ່​ກ້ວາງ​ໃຫຍ່​ໃນ​ປະ​ເທດ​ອີຣັກ ​ແລະ ພວມ​ມີ​ສັນຍານ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ອອກ​ສູ່​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ຊີຣີ. ​ໃນ​ບົດ​ລາຍ​ງານ​ຄັ້ງ​ຫຼ້າ​ສຸດ ປະກາດ​​ເມື່ອ​ວັນ​ທີ 27/8, ສະຫະ​ປະຊາ​ຊາດ​ຢືນຢັນ​ວ່າ ບັນດາ​ມື​ປືນ​ຂອງ IS ມີ​ໂທດ​ກຳ​ສົງຄາມ ​ແລະ ​ໂທດ​ກຳ​ຕ້ານ​ມວນມະນຸດ. ​ເຖິງ​ວ່າ​ປະຊາ​ຄົມ​ໂລກ​ໄດ້​ມີ​ບັນດາ​ການກະທຳ ​ແລະ ປະຕິກິ​ລີ​ຍາ​ໃນ​ເບື້ອງ​ຕົ້ນ​ຕໍ່ໜ້າ​ໄພ​ອັນຕະລາຍ​ຂອງ IS ກໍ​ຕາມ, ​ແຕ່​ການ​ຍູ້​ ​ການ​ເຄື່ອນ​ໄຫວ​ຂອງ ອົງການ​ຫົວ​ຮຸນ​ແຮງນີ້​ໃຫ້ຖອຍ​ໄປ​ນັ້ນ, ​ແມ່ນ​ສິ່ງ​ທີ່​ບໍ່​ງ່າຍ​ດາຍ​ແຕ່​ຢ່າງ​ໃດ​ເລີຍ.     ປະຊາ​ຄົມ​ໂລກ​ພວມ​ນັບ​ມື້​ນັບ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ໄພ​ນາບ​ຂູ່​ຂອງ IS ພາຍຫຼັງ​ບັນດາ​ການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມ​ນີ້​ໃນ​ບໍລິ​ເວນ​ທົ່ວ​ປະ​ເທດ​ອີຣັກ ​ແລະ ພິ​ເສດ​ແມ່ນ​ກໍລະນີ IS ສັງ​ຫານນັກ​ຂ່າວ​ອາ​ເມ​ລິ​ກາ James Foley ຢູ່​ຊີຣີ. ​ເປັນ​ໜ້າ​ສົນ​ໃຈ​ກວ່າ​ໝູ່ ​ແມ່ນ​ກຳລັງ IS ຢູ່​ຊີຣີ, ​ເປັນຄັ້ງ​ທຳ​ອິດ​ໄດ້​ປັບປຸງ​ການ​ຄວບ​ຄຸມ​ຂອງ​ຕົນ​ສຳລັບທັງ​​ແຂວງ Raqqa ​ໃນ​ພາກ​ເໜືອ, ພາຍຫຼັງ​ທີ່​ໄດ້​ຢຶດ​ເອົາ​ຖານ​ທັບ​ອາກາດ​ຍຸດ​ທະ​ສາດ Al-Tabaqa. ຊຸມ​ມື້​ມໍ່​ໆ​ມານີ້, ກຸ່ມ​ນີ້​ໄດ້​ບຸກ​ເຂົ້າ​ແຂວງ Aleppo ​ແລະ ​ໄດ້​ຄວບ​ຄຸມ​ແຂວງ Deir Ezzor ທີ່​ມີ​ຫຼາຍ​ບໍ່​ນ້ຳມັນ. ບັນດາ​ມື​ປືນ IS ​ໄດ້​ເຂັ່ນຂ້າ, ລອກ​ຈັບ​ຕົວ, ທູບ​ຕີ​ທໍລະມານ, ຄ້າຂາຍ​ຄົນ​ບໍ່​​ແມ່ນ​ເຊື້ອ​ສາຍ​ອາຣັບ ​ແລະ ບໍ່​ແມ່ນ​ຊາວ​ມຸດ​ສະ​ລິ​ມນິກາຍ​ຊັນ​ນີຢູ່​ອີຣັກ, ທຳລາຍ​ບັນດາ​ສະຖານ​ທີ່ວັດທະນະທຳ ​ແລະ ສາສະໜາ. ມີ​ປະຊາ​ຊົນ​ນັບ​ຮ້ອຍ​ຄົນ​ໄດ້​ຖືກ IS ສັງຫານ ​ແລະ ກວ່າ 2.500 ຄົນ​ຖືກ​ລອກ​ຈັບ​ຕົວນັບ​ແຕ່​​ເດືອນ 8 . IS ຍັງ​ບັງຄັບ​ໃຫ້​ເດັກນ້ອຍ​ໄວ 15 ປີ​ຕ້ອງ​ເຂົ້າ​ຖັນ​ແຖວ​ທະຫານ ​ແລະ ນຳ​ໃຊ້​ພວກ​ເຂົາ​ປຽບ​ເໝືອ​ແຜ່ນ​ກຳ​ບັງ.   
TAG
vov/vovworld/ມືປືນ/ອີຣັກ/ຊີຣີ

More