VOV WorldVOV World
ໂລກ​ລະ​ບາດ​ໂຄວິດ19-ການ​ຮັບ​ມື​ຢ່າງ​ມີ​ໄຫວ​ພິບ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ
17/12/2021 08:57
(VOVWORLD) -ພາຍຫຼັງໂລກລະບາດໂຄວິດ 19 ໄດ້ເກີດຂຶ້ນເປັນເວລາກ່ວາ 2 ປີ, ມາຮອດປະຈຸບັນໄດ້ແຜ່ລາມ ແລະ ເກີດຂຶ້ນຢູ່ເກືອບທຸກປະເທດໃນໂລກ. ບໍ່ພຽງແຕ່ໄດ້ເຮັດໃຫ້ນັບພັນຄົນເສຍຊີວິດໃນແຕ່ລະມື້ເທົ່ານັ້ນ, ໂລກລະບາດຍັງສົ່ງຜົນກະທົບຢ່າງແຮງຕໍ່ ທຸກດ້ານໃນຊີວິດສັງຄົມ ຂອງບັນດາປະເທດອີກດ້ວຍ ຊື່ງໄດ້ກໍ່ໃຫ້ເກີດວິກິດການເສດຖະກິດ-ສັງຄົມທີ່ໜັກໜ່ວງແບບບໍ່ເຄີຍມີມາກ່ອນ ໃນຂອບເຂດທົ່ວໂລກ.
ໂລກ​ລະ​ບາດ​ໂຄວິດ19-ການ​ຮັບ​ມື​ຢ່າງ​ມີ​ໄຫວ​ພິບ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ
  ຕົວເລກສະຖິຕິໃນເວັບໄຊ worldometer.info ຮອດກາງເດືອນທັນວາປີ 2021 ໃຫ້ເຫັນວ່າ, ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ 5.2 ລ້ານຄົນເສຍຊີວິດ ໃນຈຳນວນຜູ້ຕິດເຊື້ອພະຍາດທັງໝົດໃນທົ່ວໂລກກ່ວາ 272 ລ້ານຄົນ. ເປັນອັນວ່າ 2 ປີຜ່ານມາ, ຖ້າສະເລ່ຍໃນແຕ່ລະມື້ ແມ່ນມີກ່ວາ 7300 ຄົນເສຍຊີວິດອົງການອະນາໄມໂລກ (WHO)  ໄດ້ປະກາດວ່າ ແມ່ນໂລກລະບາດທົ່ວໂລກເມື່ອວັນທີ 11 ມີນາປີ 2020. ບໍ່ພຽງແຕ່ເທົ່ານັ້ນ, ໂລກລະບາດໂຄວິດ 19 ຍັງກໍ່ໃຫ້ເກີດສະພາບວິກິດການຢ່າງຮ້າຍແຮງໃນບັນດາຂົງເຂດ, ໄດ້ກໍ່ຜົນຮ້າຍຕາມມາຢ່າງໜັກໜ່ວງ.
TAG
VOV/VOVworld/ໂຄວິດ - 19/ຂາດ​ຄວາມ​ຍຸ​ຕິ​ທຳ/ວັກ​ຊິນ/ວິ​ກິດ​ການ​ສຸ​ຂະ​ພາບ

More