ອົງການຮ່ວມມື ຊຽງໄຮ້ ເພີ່ມທະວີການເຊື່ອມຕໍ່ ແລະ ບົດບາດດ້ານຄວາມໝັ້ນຄົງ
02/07/2024 09:19
(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 03 – 04 ກໍລະກົດ, ຢູ່ນະຄອນຫຼວງ Astana ຂອງ ກາຊັກສະຖານ, ກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ້ (SCO) ປີນີ້ ໄດ້ສຸມໃສ່ປຶກສາຫາລືໃນການເພີ່ມທະວີການເຊື່ອມຕໍ່ດ້ານການຄ້າພາຍໃນກຸ່ມ, ປັບປຸງການຮ່ວມມືພະລັງງານ, ຄວາມໝັ້ນຄົງ ແລະ ຂະຫຍາຍສະມາຊິກ ໃນສະພາບການທີ່ຄວາມຂາດສະຖຽນລະພາບດ້ານພູມີສາດການເມືອງມີທ່າອ່ຽງເພີ່ມຂຶ້ນໃນໂລກ.

ໂດຍໄດ້ຮັບການສ້າງຕັ້ງເມື່ອປີ 2001 ຢູ່ ຊຽງໄຮ້ (ຈີນ), ອົງການຮ່ວມມື ຊຽງໄຮ້ (SCO) ໃນປັດຈຸບັນ ມີ 9 ປະເທດສະມາຊິກ, ເຊິ່ງລວມມີ: ຈີນ, ລັດເຊຍ, ກາຊັກສະຖານ, ກຽກກີສະຖານ, ຕັກຈີກິດສະຖານ, ອູເບກິດສະຖານ, ປາກິດສະຖານ, ອິນເດຍ ແລະ ອີຣານ. SCO ກວມເອົາກວ່າ 60% ເນື້ອທີ່ທະວີບ ອາຊີ - ເອີຣົບ (Eurasia), ເກືອບ 50% ປະຊາກອນທົ່ວໂລກ ແລະ 32% GDP ທົ່ວໂລກ.
TAG
VOV/VOVworld/SCO/ກອງປະຊຸມສຸດຍອດ/ອົງການຮ່ວມມື ຊຽງໄຮ້
Related








