ຮົ້ວກີດຂວາງໃຫມ່ໃນການພົວພັນລະຫວ່າງ ອາເມລິກາ ແລະ ອີຢູ
01/06/2018 09:17
(VOVWORLD) -ບັນດາຄວາມບໍ່ລົງລອຍກັນລະຫວ່າງ ອາເມລິກາ ແລະ ອີຢູ ກ່ຽວຂ້ອງເຖິງເລື່ອງ ອາເມລິກາ ຖອນອອກຈາກຂໍ້ຕົກລົງນິວເຄຼຍ ກັບອີຣານ ຍັງບໍ່ທັນສິ້ນສຸດເທື່ອ ແຕ່ປະຈຸບັນ ການພົວພັນລະຫວ່າງ ອາເມລິກາ ແລະ ອີຢູ ພວມຕົກເຂົ້າສູ່ສະພາບເຄັ່ງຕຶງໃຫມ່.

ຂໍ້ຕົກລົງຂອງ ອາເມລິກາ ກ່ຽວກັບເລື່ອງຈັດວາງບັນດາອັດຕາພາສີສຳລັບຜະລິດຕະພັນອາລູມີນຽມ ແລະ ເຫລັກກ້ານຳເຂົ້າຈາກ ສະຫະພາບເອີລົບ (ອີຢູ), ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ມີຖຸນາ ໄດ້ສົ່ງຜົນກະທົບຢ່າງແຮງຕໍ່ການພົວພັນສຳພັນທະມິດ ຊື່ງໄດ້ຮັບການສ້າງມາແຕ່ດົນນານແລ້ວ. ຊ້ຳບໍ່ໜຳ ຂໍ້ຕົກລົງນີ້ ອາດຈະເປັນການເປີດສາກໃຫ້ແກ່ສົງຄາມການຄ້າລະຫວ່າງສອງຝ່າຍ, ເຮັດໃຫ້ຊ່ອງຫວ່າງລະຫວ່າງ ອາເມລິກາ ແລະ ອີຢູ ນັບມື້ນັບເພີ່ມຂຶ້ນ. ທ່ານ Jean-Claude Juncker ປະທານ EC ໃນການປະຊຸມຂ່າວຢູ່ ບຣຸກແຊນ ປະເທດ ແບນຊີກ ເມື່ອເດືອນມີນາ ຂໍ້ຕົກລົງຈັດວາງ 25% ອັດຕາພາສີສຳລັບຜະລິດຕະພັນເຫລັກກ້ານຳເຂົ້າ ແລະ 10% ສຳລັບອາລູມີນຽມນຳເຂົ້າຈາກ ອີຢູ ແມ່ນມີຜົນສັກສິດພາຍຫລັງຢຸດຕິການກຳນົດເວລາຍົກເວັ້ນພາສີທີ່ແກ່ຍາວມາເປັນເວລາ 2 ເດືອນ (ຮອດວັນທີ 31 ພຶດສະພາ) ຂອງ ອາເມລິກາ ສຳລັບບັນດາປະເພດສິນຄ້ານີ້. ກ່ອນຫນ້ານັ້ນ ເມື່ອເດືອນມິຖຸນາປີ 2018, ອາເມລິກາ ໄດ້ຕົກລົງເພີ່ມອັດຕາພາສີນຳເຂົ້າ. ເຖິງຢ່າງໃດກໍຕາມ, ວໍຊີງຕັນ ໄດ້ຍົກເວັ້ນການຈັດວາງອັດຕາພາສີໃຫມ່ຊົ່ວຄາວກັບບາງຄູ່ຮ່ວມມື ໃນນັ້ນ ມີອີຢູ, ເພື່ອເຈລະຈາຕື່ມອີກຈົນຮອດວັນທີ 1 ມິຖຸນາ. ສຳລັບການຜັນແປຫລ້າສຸດນີ້, ຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງ ອາເມລິກາ ແລະ ອີຢູ ແມ່ນຫົວເລື່ອງທີ່ຮ້ອນເຮັ່ງທີ່ກອງປະຊຸມລັດຖະມົນຕີການເງິນ, ລັດຖະມົນຕີການພັດທະນາ ແລະ ຜູ້ວ່າການທະນາຄານສູນກາງ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາທີ່ສຸດໃນໂລກ (G7) ໄດ້ໄຂຂຶ້ນໃນວັນທີ 31 ພຶດສະພາ ຢູ່ Whistler ປະເທດ ການາດາ.
TAG
VOV/VOVworld/ອີຢູ/ອາເມລິກາ/ຮົ້ວກີດຂວາງ
Related
More








