ປະທານປະເທດຢ້ຽມຢາມສະວິດ ແລະ ສະຫະພັນລັດເຊຍ: ບັນດາສານສຳຄັນຊຸກຍູ້ນ້ຳໃຈມິດຕະພາບ
03/12/2021 09:06
(VOVWORLD) -ຕອນຄ່ຳວັນທີ 2 ທັນວາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນຫຼວງມົດສະກູ ເດີນທາງກັບມາປະເທດ, ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ຢ່າງຈົບງາມ (29/11 - 02/12) ຕາມຄຳເຊີນຂອງປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin. ກ່ອນການໄປຢ້ຽມຢາມລັດເຊຍ ແຕ່ວັນທີ 25-29/11, ທ່ານປະທານປະເທດກໍ່ໄດ້ໄປຢ້ຽມຢາມສະຫະພັນສະວິດ ຕາມຄຳເຊີນຂອງປະທານາທິບໍດີ ສະຫະພັນສະວິດ Guy Parmelin. ຢູ່ແຕ່ລະປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ລ້ວນແຕ່ໄດ້ນຳມາເຊິ່ງບັນດາສານສຳຄັນ, ຊຸກຍູ້ນ້ຳໃຈມິດຕະພາບ ແລະ ເຮັດໃຫ້ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ-ສະວິດ ແລະ ສະຫະພັນລັດເຊຍ ເລິກເຊິ່ງຂຶ້ນຕື່ມ.

ປະທານາທິບໍດີສະວິດ Guy Parmelin ຈັບມືຊົມເຊີຍທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ມາຢ້ຽມຢາມສະວິດ ຢ່າງເປັນທາງການ (ພາບ: VOV) ການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນການພີສູດຢ່າງມີຊີວິດຊີວາ, ສະແດງໃຫ້ເຫັນວ່າ ຫວຽດນາມ ຖືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜິດຕິດພັນລະຫວ່າງ ຫວຽດນາມ-ສະວິດ ແລະ ສະຫະພັນລັດເຊຍ ເປັນສຳຄັນ.
TAG
VOV/VOVworld/ປະທານາທິບໍດີສະວິດ Guy Parmelin/ກຸ່ມການຄ້າເສລີເອີລົບ (EFTA)/ຫວຽດນາມ-ມົດສະກູ/ທ່ານປະທານປະເທດ ຫງວຽນຊວັນຝຸກ/ປະທານາທິບໍດີ Vladimir Putin/
Related








