VOV WorldVOV World
ປະເທດອາເມລິກາ 13 ປີພາຍຫຼັງເຫດກໍ່ການຮ້າຍວັນທີ 11/9 : ຍັງຄົງເປັນຄວາມວິຕົກກັງວົນຢູ່
11/09/2014 13:02
ວັນ​ທີ 11/9 , ປະ​ເທດ​ອາ​ເມ​ລິ​ກາ​ຈັດ​ຕັ້ງ​ພິທິລະນຶກ 13 ປີ​ແຫ່ງ​ວັນ​ເກີດ​ເຫດ​ວິນາດສະກຳ​ກໍ່​ການ​ຮ້າຍ​ທີ່​ເຮັດ​ໃຫ້​ໂລກ​ສັ່ນ​ສະ​​ເທືອ​ນ. ກວ່າ​ທົດ​ສະ​ວັດ​ໄດ້​ຜ່ານ​ພົ້ນ​ໄປ, ກະດຽວວ່າ​ ການສູ້​ຮົບ​ຕ້ານ​ໄພກໍ່​ການ​ຮ້າຍ​ໂດຍ​ອາ​ເມ​ລິ​ກາ​ປຸກລະດົມ​ໄດ້​ຮອດ​ວັນ​ສິ້ນ​ສຸດ
ປະເທດອາເມລິກາ 13 ປີພາຍຫຼັງເຫດກໍ່ການຮ້າຍວັນທີ 11/9 : ຍັງຄົງເປັນຄວາມວິຕົກກັງວົນຢູ່
ວັນ​ທີ 11/9 , ປະ​ເທດ​ອາ​ເມ​ລິ​ກາ​ຈັດ​ຕັ້ງ​ພິທິລະນຶກ 13 ປີ​ແຫ່ງ​ວັນ​ເກີດ​ເຫດ​ວິນາດສະກຳ​ກໍ່​ການ​ຮ້າຍ​ທີ່​ເຮັດ​ໃຫ້​ໂລກ​ສັ່ນ​ສະ​​ເທືອ​ນ. ກວ່າ​ທົດ​ສະ​ວັດ​ໄດ້​ຜ່ານ​ພົ້ນ​ໄປ, ກະດຽວວ່າ​ ການສູ້​ຮົບ​ຕ້ານ​ໄພກໍ່​ການ​ຮ້າຍ​ໂດຍ​ອາ​ເມ​ລິ​ກາ​ປຸກລະດົມ​ໄດ້​ຮອດ​ວັນ​ສິ້ນ​ສຸດ ພາຍ​ຫຼັງ​ໄດ້​ດັບ​ສູນ Osama Bin Laden ​ເມື​່ອປີ 2011, ​ແຕ່​ປະຈຸ​ບັນ, ປະເທດອາ​ເມ​ລິ​ກາພັດພວມປະເຊີນໜ້າກັບສິ່ງທ້າທາຍໃໝ່ທີ່ເອີ້ນວ່າ ລັດອິດສະລາມ ໂດຍຂະໜານນາມເອງ IS ຊຶ່ງ​ພວມ​ກາຍ​ເປັນ​ໄພ​ອັນຕະລາຍ​ໃໝ່ ​ແລະ ພາຍຫຼັງ​ເຫດການກໍ່​ການ​ຮ້າຍ ວັນ​ທີ 11/9 ​ເປັນ​ເວລາ 13 ປີ, ປະ​ເທດອາ​ເມ​ລິ​ກາພັດ​ປະ​ເຊີນ​ໜ້າ​ກັບ​ໄພກໍ່​ການ​ຮ້າຍອີກ​ຄັ້ງ​ໜຶ່ງ. ພວກ​ກໍ່​ການ​ຮ້າຍໄດ້​ຈີ້​ເຮືອບິນ​ໂດຍສານ ​ໂບອິງ  ​ແລະ ​ຕ່ຳ​ໃສ່​ຕຶກ​ແຝດ​ສູນ​ການ​ຄ້າ​ໂລກ​     ກ່ອນ​ນີ້ 13 ປີ​ເຕັມ ຄື​ວັນ​ທີ 11/9/2001, ​ພວກ​ກໍ່​ການ​ຮ້າຍ 19 ຄົນ​ໄດ້​ຈີ້​ເຮືອບິນ​ໂດຍສານ ​ໂບອິງ 4 ລຳ ​ແລະ ​ໄດ້​ຕ່ຳ​ໃສ່​ທຳນຽບ 5 ​ແຈ ​ແລະ ​ເຮັດ​ໃຫ້​ຕຶກ​ແຝດ​ສູນ​ການ​ຄ້າ​ໂລກ​ພັງທະລາ​ຍລົງ, ອັນ​ໄດ້​ເຮັດ​ໃຫ້ 3000 ຄົນ​ຖື​ສັນຊາດ​ກວ່າ 90 ປະ​ເທດ​ທີ່​ແຕກ​ຕ່າງ​ກັນ​ຖືກ​ເສຍ​ຊີວິດ. ທົ່ວ​​ໂລກ​ໄດ້​ຕື່ນ​ຕົກ​ໃຈ​ເມື່ອ​ເຫັນ​ດ້ວຍ​ຕາຕຶກ​ແຝດ​ສູນ​ການ​ຄ້າ​ໂລກລຸກ​ໄໝ້ ​ແລະ ພັງ​ລົງ​ຢ່າງ​ໄວ. ການ​ບຸກ​ໂຈມ​ຕີ​​ແບບ ກໍ່​ການ​ຮ້າຍນີ້​ໄດ້​ໂມ້​ງບາດ​ຄ້ອນ​ທີ່​ຮ້າຍ​ແຮງ​ໃສ່​ປະ​ເທດອາ​ເມ​ລິ​ກາ, ອັນ​ໄດ້​ເຮັດ​ໃຫ້ທຸກ​ສິ່ງ​ທຸກ​ຢ່າງ​ໃນສັງຄົມ​ຂອງປະ​ເທດ​ນີ້ປ່ຽນ​ແປງ​ໄປຢ່າງ​ຫຼວງ​ຫຼາຍ​ນັບ​ຕັ້ງ​ແຕ່​ວັນ​ນັ້ນ​ເປັນ​ຕົ້ນ​ມາ.
TAG
vov/vovworld/ກໍ່ການຮ້າຍ/ອາເມລິກາ

More