VOV WorldVOV World
ປະເທດຊາດ ຫວຽດນາມ ບໍ່ມີຍາມໃດທີ່ມີພາລະກິດອັນໃຫຍ່ຫລວງຄືວັນນີ້
02/09/2020 03:00
(VOVWORLD) - ໃນຕະຫລອດ 75 ປີຜ່ານມາ, ບັນດາແນວຄວາມຄິດຂອງປະທານໂຮ່ຈີມິນ ໃນບົດຖະແຫຼງການປະກາດເອກະລາດວັນທີ 02 ກັນຍາ 1945 ໄດ້ກາຍເປັນກຳລັງແຮງອັນໃຫຍ່ຫລວງຂອງທົ່ວປະເທດ ຫວຽດນາມ, ນຳປະເທດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮັກສາເອກະລາດອະທິປະໄຕໄວ້ໃຫ້ໝັ້ນຄົງ, ສ້າງສາ ແລະ ພັດທະນາ, ບັນລຸໄດ້ຜົນງານສຳຄັນຫລາຍຢ່າງໃນບັນດາຂົງເຂດເກືອບທັງໝົດ.
ປະເທດຊາດ ຫວຽດນາມ ບໍ່ມີຍາມໃດທີ່ມີພາລະກິດອັນໃຫຍ່ຫລວງຄືວັນນີ້
        ມື້ນີ້, ປະຊາຊົນ ຫວຽດນາມ ກ່ວາ 96 ລ້ານຄົນ ມີຄວາມຟົດຟື້ນມ່ວນຊື່ນຂ່ຳນັບຮັບຕ້ອນວັນຊາດ 2/9. ກ່ອນນີ້ 75 ປີ (2/9/1945), ໃນລະດູໃບໄມ້ຫຼົ່ນປະຫວັດສາດ, ປະທານໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ,  ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ຖະແຫຼງການປະກາດເອກະລາດທີ່ອະມະຕະໃນວັນທີ 02 ກັນຍາ 1945 ນັ້ນໄດ້ເປີດສັງກາດໃໝ່ໃຫ້ ຫວຽດນາມ. 75 ປີຜ່ານມາ, ທົ່ວປະເທດໄດ້ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ, ສູ້ຊົນ, ເສຍສະຫຼະທີ່ເຕັມໄປດ້ວຍຄວາມທຸກຍາກລຳບາກ ເພື່ອສ້າງໄດ້ພາລະກິດໃຫຍ່ຫລວງຄືທຸກວັນນີ້. ນັບແຕ່ລະດູໃບໄມ້ຫຼົ່ນນັ້ນ, ປະເທດ ຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນທົບຫລາຍເທົ່າ ແລະ ກາຍເປັນປະເທດທີ່ມີອິດທິພົນຊື່ສຽງຢູ່ເວທີສາກົນ.  ພາບປະກອບ /  tuyengiao.vn         75 ປີໄດ້ຜ່ານພົ້ນໄປ ແຕ່ຖະແຫຼງການປະກາດເອກະລາດ ໂດຍປະທານໂຮ່ຈີມິນ ກ່າວຢູ່ສະໜາມຫລວງ ບາດີ່ງ ໃນລະດູໃບໄມ້ຫຼົ່ນຄາວນັ້ນ ຍັງຄົງດັງກອງກັງວານໄປທົ່ວປະເທດ, ຊຶມເລິກເຂົ້າດວງໃຈຂອງຊາວ ຫວຽດນາມ. ວັນຊາດ - ວັນບຸນເອກະລາດ, ປະຊາຊົນ ຫວຽດນາມ ແຕ່ລະຄົນ ລ້ວນແຕ່ມີຄວາມເອກອ້າງທະນົງໃຈກ່ຽວກັບໝາກຜົນການປະຕິວັດ. ໃນຕະຫລອດ 75 ປີຜ່ານມາ, ບັນດາແນວຄວາມຄິດຂອງປະທານໂຮ່ຈີມິນ ໃນບົດຖະແຫຼງການປະກາດເອກະລາດວັນທີ 02 ກັນຍາ 1945 ໄດ້ກາຍເປັນກຳລັງແຮງອັນໃຫຍ່ຫລວງຂອງທົ່ວປະເທດ ຫວຽດນາມ, ນຳປະເທດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮັກສາເອກະລາດອະທິປະໄຕໄວ້ໃຫ້ໝັ້ນຄົງ, ສ້າງສາ ແລະ ພັດທະນາ, ບັນລຸໄດ້ຜົນງານສຳຄັນຫລາຍຢ່າງໃນບັນດາຂົງເຂດເກືອບທັງໝົດ.
TAG
VOV/VOVworld/ປະເທດຊາດ/ຫວຽດນາມ/ພາລະກິດ/ເຊື່ອ​ມ​ໂຍງ/ອາຊຽນ/ສາ​ກົນ

More