ປະຕິຮູບເພື່ອຍາດແຍ່ງບັນດາກາລະໂອກາດຈາກສັນຍາ EVFTA
03/08/2020 09:02
(VOVWORLD) - ສັນຍາການຄ້າເສລີ (EVFTA) ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 01 ສິງຫາ 2020. ເຫດການດັ່ງກ່າວ ປຽບເໝືອນເສັ້ນທາງການຄ້າຄວາມໄວສູງ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ ໄດ້ນໍາເຂົ້າເຄື່ອນໄຫວຢ່າງເປັນທາງການດ້ວຍ 99% ຈໍານວນປະເພດພາສີອາກອນ ຈະໄດ້ຮັບການຍົກເລີກໃຫ້ທັງສອງຝ່າຍຕາມຂັ້ນຕອນ. ເຖິງຢ່າງໃດກໍຕາມ, ເພື່ອໝູນໃຊ້ໄດ້ບັນດາໂອກາດຈາກສັນຍາ EVFTA , ຜູ້ຕາງໜ້າຂອງບັນດາສະຫະສະມາຄົມວິສາຫະກິດ ແລະ ນັກຊ່ຽວຊານເສດຖະກິດຖືວ່າ ຫວຽດນາມ ຕ້ອງປະຕິຮູບລະບອບລະບຽບການຢ່າງແຮງ ແລະ ພ້ອມກັນນັ້ນກໍ່ແມ່ນວິສາຫະກິດຕ້ອງມີຄວາມເປັນເຈົ້າການ.

ຕາມການຄົ້ນຄວ້າຂອງກະຊວງແຜນການ ແລະ ການລົງທຶນ (ຈຸດເວລາກ່ອນເກີດໂລກລະບາດໂຄວິດ - 19) ໄດ້ສະແດງໃຫ້ເຫັນວ່າ, ໃນ 05 ປີທໍາອິດທີ່ປະຕິບັດ, ສັນຍາ EVFTA ສາມາດຊ່ວຍພື້ນຖານເສດຖະກິດເພີ່ມຂຶ້ນປະມານແຕ່ 2,18 – 3,25%, ໝາຍຄວາມວ່າແມ່ນປະມານ 0,5% GDP ຕໍ່ປີ. ນີ້ແມ່ນຜົນກະທົບຢ່າງໃຫຍ່ຫຼວງ ເມື່ອທຽບໃສ່ບັນດາສັນຍາ FTA ກ່ອນໜ້ານັ້ນ ເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ. ສ່ວນຕາມການຄົ້ນຄວ້າຂອງທະນາຄານໂລກແລ້ວ (WB) ມີຊາວຫວຽດນາມປະມານ 800.000 ຄົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງວ່ອງໄວກວ່າ ຍ້ອນສັນຍາ EVFTA ມີຜົນສັກສິດ.
TAG
VOV/VOVworld/ສັນຍາ EVFTA/ຍາດແຍ່ງ/ກາລະໂອກາດ/ໄຊຊະນະ
Related
More








