VOV WorldVOV World
ປະຕິຮູບລະບຽບການບໍລິຫານເພື່ອຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ
14/08/2014 05:42
ໂດຍຖັດຈາກມະຕິ​ເລກທີ 19 ຂອງ​ລັດຖະບານ​ຊຶ່ງ​ປະກາດ​ໃຊ້​ເມື່ອ​ເດືອນ 3/2014 ກ່ຽວ​ກັບ​ບັນດາ​ໜ້າທີ່, ວິທີ​ການ​ແກ້​ໄຂ​ຕົ້ນຕໍ​ເພື່ອ​ປົວ​ແປງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ
ປະຕິຮູບລະບຽບການບໍລິຫານເພື່ອຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ
ໂດຍຖັດຈາກມະຕິ​ເລກທີ 19 ຂອງ​ລັດຖະບານ​ຊຶ່ງ​ປະກາດ​ໃຊ້​ເມື່ອ​ເດືອນ 3/2014 ກ່ຽວ​ກັບ​ບັນດາ​ໜ້າທີ່, ວິທີ​ການ​ແກ້​ໄຂ​ຕົ້ນຕໍ​ເພື່ອ​ປົວ​ແປງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ, ຕົ້ນ​ເດືອນ 8 ທີ່​ຜ່ານ​ມາ, ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ອອກ​ຄຳ​ສ່ັງ​ເລກທີ 24 ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ພາສີ, ສ່ວນ​ສາ​ອາກອນ. ວຽກ​ງານ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ໃນ​ການສ້າງສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດທີ່​ສະ​ເໝີ​ພາບ, ອຳນວຍ​ຄວາມ​ສະດວກ​ເພື່ອ​ແນ​ໃສ່​ຫຼຸ​ກຜ່ອນ​ວັນ​ເວລາ ​ແລະ ​ເງິນ​ໃຊ້​ຈາ​ຍຂອງ​ບັນດາ​ວິ​ສາ​ຫະກິດ.  (ພາບປະກອບ)    ຕາມ​ຕົວ​ເລກ​ສະ​ຖີຕິ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດຂອງ​ທະ​ນາຄານ​ໂລກກ່ຽວ​ກັບ​ຈຳນວນ​ເທື່ອ​ເສຍພາສີ ​ອາກອນ, ສຳ​ເນົາ​ເອກະສານ​ຕ້ອງ​ຍືນ, ຈຳນວນ​ຊົ່ວ​ໂມງ​ຕ້ອງເສຍພາສີ​ອາກອນ, ຫວຽດນາມ​ຢືນ​ອັນ​ດັບ​ທີ 149/190 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ​ໃນ​ຂົງ​ເຂດ​ພາສີ, ຫວຽດນາມ​ຢືນ​ອັນທີ 65 ດ້ວຍ​ການ​ປະຕິບັດ​ລະບຽບ​ການ​ສົ່ງ​ອອກ, ນຳ​ເຂົ້າ​ສິນຄ້າ​ປະມານ 21 ວັນ. ​ເມື່ອ​ທຽບ​ໃສ່​ລະດັບ​ສະ​ເລ່ຍຂອງ​ບັນດາ​ປະ​ເທດ​ອາ​ຊຽນ, ຄວາມ​ຈິງ​ນີ້ ຮຽກຮ້ອງ​ໃຫ້​ຫວຽດນາມ​ຕ້ອງ​ປະຕິ​ຮູບ, ​ໂດຍ​ສະ​ເພາະ​ແມ່ນ 2 ດັດຊະນີ​ນີ້ ​ແມ່ນ​ກ່ຽວຂ້ອງ​ເຖິງ​ຄ່າ​ໃຊ້​ຈາ​ຍ, ຄວາມ​ສ່ຽງ​ໃນ​ການ​ດຳ​ເນີນທຸລະ​ກິດ​ຂອງ​ວິ​ສາ​ຫະກິດ.
TAG
vov/vovworld/ລະບຽການບໍລິຫານ

More