ປະຊາຄົມສາກົນເຊີດຊູນໍ້າໃຈ “ເຄົາລົບກົດໝາຍ” ຢູ່ທະເລຕາເວັນອອກ
20/07/2020 09:04
(VOVWORLD) -ໃນສະພາບການທີ່ທົ່ວໂລກ ພວມສຸມໃສ່ຮັບມືກັບໂລກລະບາດໂຄວິດ - 19, ຫວ່າງມໍ່ໆມານີ້, ຈີນ ພັດເພີ່ມທະວີບັນດາການກະທໍາຮຽກທວງອະທິປະໄຕຢ່າງໄຮ້ເຫດຜົນຢູ່ທະເລຕາເວັນອອກ. ໃນຊຸມວັນຜ່ານມາ, ຫຼາຍປະເທດໄດ້ສະແດງທັດສະນະກ່ຽວກັບບັນຫາສິດເສລີໃນການເດີນເຮືອ, ຄັດຄ້ານບັນດາຄໍາຮຽກທວງອະທິປະໄຕຢ່າງຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ, ພິເສດ ໄດ້ເນັ້ນໜັກເຖິງເລື່ອງເຊີດຊູນໍ້າໃຈ “ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ”.

ທະເລຕາເວັນອອກ ນັບມື້ນັບກາຍເປັນສະຖານທີ່ໄດ້ຮັບຄວາມສົນໃຈລວມຈາກຫຼາຍປະເທດທັງຢູ່ພາຍໃນ ແລະ ນອກພາກພື້ນ. ໂດຍເລີ່ມມາຈາກຄວາມຮັບຮູ້ລວມ, ຜົນປະໂຫຍດລວມ ນັ້ນແມ່ນສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ພິເສດແມ່ນເຄົາລົບສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ ແມ່ນບັນຫາທີ່ມີຄວາມສໍາຄັນຍິ່ງ ສໍາລັບພາກພື້ນ ແລະ ປະເທດທັງໝົດໃນໂລກ, ບັນດາປະເທດຕ່າງກໍປາດຖະໜາຢາກຮ່ວມແຮງຮ່ວມໃຈກັນປະກອບສ່ວນເພື່ອຮັບປະກັນໃຫ້ບັນລຸໄດ້ເປົ້າໝາຍດັ່ງກ່າວ.
TAG
VOV/VOVworld/ທະເລຕາເວັນອອກ/ກົດໝາຍວ່າດ້ວຍທະເລ/ເຄົາລົບກົດໝາຍ/ປະຊາຄົມສາກົນ
Related
More








