ປະຊາຊົນຫວຽດນາມສາມັກຄີເພື່ອອະທິປະໄຕເຂດທະເລໝູ່ເກາະ ບ້ານເກີດເມືອງນອນ
07/07/2014 07:06
(vovworld)- ຕໍ່ຫນ້າເລື່ອງຈີນຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍ ຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ

(vovworld)- ຕໍ່ຫນ້າເລື່ອງຈີນຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍ ຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ ໃນຊຸມມື້ຜ່ານມາ, ປະຊາຊົນຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ສະແດງຄວາມສາມັກຄີ ຮຽກຮ້ອງຈີນ ຖອນຮ້ານເຈາະນ້ຳມັນອອກຈາກເຂດເສດຖະກິດຈຳເພາະຂອງຫວຽດນາມ ແລະ ຢຸດຕິບັນດາການກະທຳທີ່ຜິດພາດຢູ່ທະເລຕາເວັນອອກ. ຈາກບັນດາການໂຮມຊຸມນຸມມິດຕິງ, ການແຫ່ຂະບວນຄັດຄ້ານໂດຍສັນຕິພາບ, ບັນດາການກະທຳທີ່ແທ້ຈິງເພື່ອສະແດງນ້ຳໃຈຮັກຊາດ, ຕະຫລອດຮອດບັນດາວິທີລະດົມກຳລັງໃຈປະຊາຊົນ, ນັກຮົບຢູ່ເຂດໝູ່ເກາະທີ່ຫ່າງໄກ, ປະຊາຊົນແຕ່ລະຄົນ ພວມຮ່ວມແຮງຮ່ວມໃຈສ້າງກຸ່ມກ້ອນມະຫາສາມັກຄີ, ທັງໝົດລ້ວນແຕ່ມຸ່ງໄປເຖິງທະເລຕາເວັນອອກ, ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນເພື່ອປະເທດຊາດ, ເພ່ືອອະທິປະໄຕເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນ.
TAG
vovworld/vov/ຮ້ານເຈາະນ້ຳມັນ/ຜິດກົດໝາຍ
Related








