ປັບປຸງ ແລະ ເພີ່ມທະວີການພົວພັນຫວຽດນາມ - ແດນມາກ
08/11/2012 09:38
ວັນທີ 8/11, ທ່ານນາງ Helle Thorning Schiomidt ນາຍົກລັດຖະມົນຕີແດນມາກໄດ້ດຳເນີນບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການຕາມຄຳເຊີນຂອງ ທ່ານນາຍົກລັດຖະ ມົນຕີຫວຽດນາມ Nguyen Tan Dung

ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ທ່ານນາງ Helle Thorning Schiomidt ນາຍົກລັດຖະມົນຕີແດນມາກ (ພາບ: internet) (vovworld-) ວັນທີ 8/11, ທ່ານນາງ Helle Thorning Schiomidt ນາຍົກລັດຖະມົນຕີແຫ່ງລາຊະອານາຈັກແດນມາກໄດ້ດຳເນີນບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung .ເຖິງວ່າດຳເນີນການ ຢ້ຽມຢາມໃນເວລາອັນສັ້ນໆກໍຕາມ, ແຕ່ການຢ້ຽມຢາມຂອງທ່ານນາງ Helle Thorning Schiomidt ນາຍົກລັດຖະ ມົນຕີ ຫ່ງລາຊະອານາຈັກແດນມາກຄັ້ງນີ້ ແມ່ນສັນຍານສະແດງໃຫ້ເຫັນການພົວພັນ 2 ຝ່າຍລະຫວ່າງແດນມາກ ແລະ ຫວຽດນາມຊຶ່ງໄດ້ ແລະພວມໄດ້ຮັບການປັບປຸງຢ່າງໝັ້ນຄົງໜັກແໜ້ນ, ພິເສດແມ່ນໃນຂົງເຂດເສດຖະກິດການຄ້າ ແລະ ການລົງທຶນ. ໃນຂອບເຂດການຢ້ຽມຢາມຫວຽດນາມເປັນເວລາ 2 ວັນ, ນອກຈາກບັນດາການພົບປະເຈລະຈາກັບບັນດາການນຳສູງສຸດຂອງຫວຽດນາມ, ທ່ານນາງ Helle Thorning Schiomidt ນາຍົກລັດຖະມົນຕີແຫ່ງລາຊະອານາຈັກແດນມາກຍັງໄດ້ເຂົ້າຮ່ວມບັນດາກອງປະຊຸມສຳມະນາກ່ຽວກັບການຮ່ວມມືລົງທຶນດຳເນີນທຸລະກິດ ແລະເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືດ້ານການຄ້າຫຼາຍສະບັບລະຫວ່າງບັນດາບໍລິສັດຂອງຫວຽດນາມ ແລະ ແດນມາກ. ກ່ອນການຢ້ຽມຢາມຂອງ ທ່ານນາງ Helle Thorning Schiomidt, ທ່ານເອກອັກຄະລັດຖະທູດແດນມາກປະຈຳຫວຽດນາມ John Nielsen ໄດ້ຢືນຢັນວ່າ ການມີໜ້າຂອງ ທ່ານນາງ Helle Thorning Schiomidt ນາຍົກລັດຖະມົນຕີແຫ່ງລາຊະອານາຈັກແດນມາກໃນບັນດາການເຄື່ອນໄຫວນີ້ ໄດ້ສະແດງໃຫ້ເຫັນການສະໜັບສະໜູນຂອງນາຍົກລັດຖະມົນຕີແດນມາກເອງ ແລະ ຂອງລັດຖະບານແດນມາກໃນການເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ. ພິເສດໃນການຢ້ຽມຢາມຄັ້ງນີ້, ທ່ານນາງນາຍົກລັດຖະມົນຕີແດນມາກ Helle Thorning Schiomidt ຍັງສະເໜີ ແລະ ປຸກລະດົມບັ້ນເຕີບໂຕຢູ່ຫວຽດນາມຢ່າງເປັນທາງການ ແນໃສ່ກ້າວໄປເຖິງການເຊັນສັນຍາຮ່ວມມືຮອບດ້ານຢູ່ໂກແປນຮາແກນໃນປີໜ້າ. ນາຍົກລັດຖະມົນຕີຫວຽດນາມ ແລະ ແດນມາກເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືດ້ານການຄ້າຫຼາຍສະບັບລະຫວ່າງບັນດາບໍລິສັດຂອງ 2 ປະເທດ (ພາບ: TTXVN ) ຫວນຄືນໄລຍະກ່ວາ 40 ປີຜ່ານມາ, ນັບແຕ່ 2 ປະເທດໄດ້ສ້າງການພົວພັນທາງການທູດເມື່ອເດືອນ11/1971 ແມ່ນອາດຈະເຫັນໄດ້ວ່າ ຍາມໃດຫວຽດນາມ ກໍແມ່ນປະເທດໃຫ້ບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງແດນມາກ ແລະ ແດນມາກບໍ່ພຽງແຕ່ສະໜັບສະໜູນຢ່າງແຂງແຮງການຕໍ່ສູ້ຍາດເອົາເອກະລາດຂອງຫວຽດນາມເທົ່ານັ້ນ, ຫາກຍັງຕັ້ງໜ້າສະໜັບສະໜູນຫວຽດນາມໃນພາລະກິດປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນໃນປະຈຸບັນອີກດ້ວຍ. ຕາມ ທ່ານເອກອັກຄະລັດຖະທູດແດນມາກປະຈຳຫວຽດນາມ John Nielsen ແລ້ວ, ປະຈຸບັນ, ຫວຽດນາມນອນໃນບັນຊີລາຍຊື່ 10 ຕະຫຼາດທີ່ພວມພົ້ນເດັ່ນຂຶ້ນຊຶ່ງໄດ້ຮັບຄວາມສົນໃຈເປັນພິເສດຈາກບັນດາການນຳ ແດນມາກ ແລະ ປະຊາຄົມວິສາຫະກິດຂອງປະເທດນີ້. ຕາມຕົວເລກສະຖີຕິປີ 2011, ວົງເງິນການຄ້າ 2 ຝ່າຍຫວຽດນາມ ແລະ ແດນມາກບັນລຸ 400 ລ້ານກ່ວາ USD, ເພີ່ມຂຶ້ນຫຼາຍພໍສົມຄວນເມື່ອທຽບໃສ່ຕົວເລກ 300 ລ້ານກ່ວາ USD ໃນປີ 2010. ທາງດ້ານການລົງທຶນ, ປະຈຸບັນ, ແດນມາກພວມຢືນອັນດັບທີ່ 25 ໃນຍອດຈຳນວນ 93 ປະເທດ ແລະ ເຂດແຄ້ວນເຂົ້າມາລົງທຶນຢູ່ຫວຽດນາມ ແລະ ຢືນອັນດັບທີ່ 7 ໃນຈຳນວນບັນດາປະເທດ EU , ດ້ວຍຍອດທຶນຈົດທະບຽນ 620 ລ້ານກ່ວາ USD. ປະຈຸບັນ, ແດນມາກມີວິສາຫະກິດ 130 ກ່ວາແຫ່ງພວມທຳມາຄ້າຂາຍ, ດຳເນີນທຸລະກິດຢູ່ຫວຽດນາມ. ແຕ່ມາຮອດປະຈຸບັນ, ບັນດາວິສາຫະກິດແດນມາກພຽງແຕ່ລົງທຶນເຂົ້າໃນຂົງເຂດ ອຸດສາຫະກຳປຸ່ງແຕ່ງ, ການຜະລິດກົນຈັກ, ອະສັງຫາລິມະຊັບເປັນຕົ້ນຕໍ. ທ່ານເອກອັກຄະລັດຖະທູດແດນມາກປະຈຳຫວຽດນາມ John Nielsen ຖືວ່າ : “
Related








